ສະ​ໜາມ​ກິ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກາຍ​ເປັນ​ຕົວ​ຢ່າງ​ໃນ​ການ​ປະ​ຢັດ​ພະ​ລັງ​ງານ

(GMT+08:00) 2008-07-15 15:33:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ​ໂດຍ​ມີ​ການ​ຊີ້​ນຳ​ຂອງ​ທັດສະນະ​ພັດທະນາ​ວິທະ​ຍາສາດ, ສະໜາມ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຫຼາຍ​ແຫ່ງ​ກໍ່​ໄດ້​ກາຍ​ເປັນ​ຕົວຢ່າງ​ໃນ​ການ​ປະຢັດ​ພະ​ລັງ​ງານ ຫຼຸດການ​ສິ້ນ​ເປືອ​ນ, ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ​ແຈ້ງວ່າ, ນ້ຳ​ທີ່​ໃຊ້​ໃນ​ສະໜາມ​ກິລາ​ແຫ່ງ​ຊາດຮັງ​ນົກ​ເຊິ່ງ​ເປັນ​ສະໜາມ​ກິລາ​ຕົ້ນຕໍ​ຂອງງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງມີ 70% ຈະ​ແມ່ນ​ນ້ຳ​ທີ່ນຳ​ມາ​ໃຊ້​ຄືນ​ໃໝ່, ​ໃນ​ນັ້ນ, ສ່ວນຫຼາຍ​ແມ່ນ​ມາ​ຈາກ​ນ້ຳ​ຝົນ.

ສ່ວນ​ສະໜາມ​ກິລາ​ກ້ອນ​ນ້ຳ 4 ຫຼ່ຽມທີ່​ເປັນສູນ​ສະ​ລອຍ​ນ້ຳແຫ່ງ​ຊາດ​ທີ່ມີ​ຮູບຮ່າງ​ຄື​ເມັດ​ນ້ຳ​ສີຟ້າ​ນັ້ນ, ​ໄດ້​ໃຊ້​ມາດ​ຕະການ​ສະ​ເພາະ​ຫຼາຍ​ຢ່າງ​ເພື່ອ​ຫຼຸດການ​ສິ້ນ​​ເປືອ​ນນ້ຳ​ປະປາ​ແລະຫຼຸດການ​ລະບາຍ​ນ້ຳ​ເປື້ອນ.

ນອກ​ນີ້, ສະໜາມ​ກິລາ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຫຼາຍ​ແຫ່ງ, ກໍ່​ໄດ້​ໃຊ້​ພະລັງງານ​ໃໝ່​ຕ່າງໆ​ບໍ່​ຫຼາຍ​ກໍ່​ໜ້ອຍ, ​ເຊັ່ນ: ​ພະລັງງານ​ແຮງ​ຕາ​ເວັນ​ແລະ​ພະລັງ​ຄວາມ​ຮ້ອນ​ໃຕ້​ດິນ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>