ຈີນ​ໄດ້​ບັນລຸ​ເປົ້າ​ໝາຍ​ລວມ​ຂອງ​ໜ້າ​ທີ່​ກໍ່ສ້າງ​ສະ​ພາບ​ແວດ​ລ້ອມ​​ຊຳ​ລະ​ເງິນໃນ​ງານ​ກິລາ​ໂອ​ລິ​ມປິກ

(GMT+08:00) 2008-07-15 18:23:38 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ14ກໍລະກົດ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຊູ່​ນີງ ຮອງ​ຜູ່​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ຊີ້​ອອກ​ວ່າ,ປະຈຸ​ບັນ ສະພາບ​ການ​ແລ​ກປ່ຽນ​ເງິນຕາ​​ໃນ​ຕົວ​ເມືອງຈັດ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ,ລະດັບ​ການ​ບໍລິການ​ດ້ານ​ເງິນຕາ​ຕ່າ​ງປະ​ເທດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງຮອບດ້ານ,​ໄດ້​ບັນລຸ​ເປົ້າໝາຍ​ຂອງ​ໜ້າ​ທີ່​ກໍ່ສ້າງ​ສະພາບ​ແວດ​ລ້ອມຊຳລະ​​ເງິນ​ໃນ​ງານ​ກິລາ​ໂອ​ລິ​ມປິກ.

ຕົວ​ເລກ​ຂອງ​ທະນາຄານ​ປະຊາຊົນ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,​ໃນ​ເຂດຈຸດ​ສູ​ມຂອງ​ງານ​ກິລາໂອ​ລິ​ມປິກ ອັດຕາຮ້ານ​ຄ້ານ​ທີ່​ໃຊ້​ບັດ​ເງິນ​ຢວນຈີນ​ແລະອັດຕາ​ຮ້ານ​ຄ້າ​ທີ່​ໃຊ້​ບັດ​ເງິນຕາ​ຕ່າງປະ​ເທດ​ໄດ້​ລ້ວນ​ແຕ່ຫຼາຍ​ກວ່າ90%,ລື່ນ​ກາຍ​ຄາດໝາຍ​ໃນ​ແຜນການ.ພຽງ​ແຕ່​ຢູ່​ສະໜາມ​ບິນນະຄອນຫຼວງ,ຫ້ອງການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ກໍ່​ຫຼາຍ​ກວ່າ10ບ່ອນ.

​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຈີນ​ຈະ​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 4ລ້ານ4​ແສນ​ຄົນ​ແລະ​ນັກ​ທ່ອງ​ທ່ຽວ​ຈີນ150ລ້ານ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>