ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​ກ່າວ​ວ່າ​ ກອງ​ທະ​ຫານ​ໄທ​ເຂົ້າ​ແດນ​ກຳປູ​ເຈຍ

(GMT+08:00) 2008-07-15 20:35:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ວັນ​ທີ 15 ກໍລະກົດ​ນີ້,​​ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ​ເປີດ​ເຜີຍ​ວ່າ,ວັນ​ທີ 15 ກໍລະກົດ​ນີ້,ກອງ​ທະຫານໄທ​ກອງ​ໜຶ່ງ​ທີ່​ມີ​ທະຫານ​ປະມານ 40 ຄົນ​ໄດ້​​ເຂົ້າ​ແດນ​ກຳປູ​ເຈຍ.

ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ​ທີ່​ຮັບຜິດ​ຊອບ​ການ​ຄຸ້ມ​ຄອງ​ຜາສາດພະ​ວິຫານ​ກ່າວ​ວ່າ,ກອງ​ທະຫານ​ກຳປູ​ເຈຍ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຕິດຕາມ​ຢ່າງ​ໃກ້ຊິດ,​ແຕ່​ຈະ​ບໍ່​ຍິງ​ປືນ​ກ່ອນ.

ທ່ານ​ພົນ​ຕີ​ກະ​ນົກ ​ເນ​ດຕະຄະ​ເວດ​ສະ​ນະ ຜູ້​ບັນຊາ​ການ​ກອງ​ທະ​ຫານ​ສະໜາມ​ຂອງ​ກອງທັບບົກ​ໄທພັດ​ກ່າວ​ວ່າ,ກອງ​ທະ​ຫານ​ກອງ​ນີ້​ພຽງ​ແຕ່​ແມ່ນ​ຈັດ​ວາງ​ຢູ່​ດິນ​ແດນ​ທີ່​ມີ​ຄວາມ​ຖົກ​ຖຽງ​ກັນທີ່ໃກ້​ກັບຜາສາດພະ​ວິຫານເທົ່າ​ນັ້ນ.ທ່ານ​ກ່າວ​ເນັ້ນ​ວ່າ,ກອງທັບ​ໄທ​ມີໜ້າ​ທີ່ປ້ອງ​ກັນ​ອະທິປະ​ໄຕ​ຂອງ​ດິນ​ແດນ.

ນອກ​ນີ້,ວັນ​ທີ 15 ກໍລະກົດ​ນີ້,ມີ​ຄົນ​ໄທ 3 ຄົນ​ໄດ້​ຂ້າມຊາຍ​ແດນ​ເຂົ້າຜາສາດ​ພະ​ວິຫານ​ແລ້ວ​ຖືກ​ທະຫານກຳປູ​ເຈຍ​ກັກ​ຕົວ,​ແຕ່​ຫຼັງ​ຈາກ​ນັ້ນ,​ເຈົ້າ​ໜ້າ​ທີ່​ຂອງ​ໄທ​ກໍ​ໄດ້​ຮັບ​ຄືນ.

ໄທ​ກັບ​ກຳປູ​ເຈຍ​ໄດ້​ຍາດ​ຊິງ​ກຳມະສິດ​ເໜືອ​ຜາສາດພະ​ວິຫານຕະຫຼອດ​ມາ.​ເມື່ອ​ປີ 1962,ສານ​ສາກົນ​ລາ​ໄຮ​ໄດ້​ຕັດສິນ​ຜາສາດ​ດັ່ງກ່າວ​ເປັນ​ຂອງ​ກຳປູ​ເຈຍ.​ແຕ່​ວ່າ,​ໄທ​ກັບ​ກຳປູ​ເຈຍ​ຍັງ​ມີ​ຄວາມ​ຖົກ​ຖຽງ​ກັນ​ເໜືອດິນ​ແດນ 4,6 ກີ​ໂລ​ຕາ​ແມັດ​ທີ່ຢູ່​ອ້ອມ​ຂ້າງ​ຜາສາດພະ​ວິຫານ.ວັນ​ທີ 7 ກໍລະກົດ​ນີ້,ຜາສາດພະ​ວິຫານໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ມໍລະດົກວັດທະນະທຳ​ໂລກຢ່າງ​ສຳ​ເລັດ​ຜົນ,ຫຼັງ​ຈາກ​ນັ້ນ,ປະຊາຊົນ​ແລະ​ອົງການ​ສ່ວນ​ໜຶ່ງ​ຂອງ​ໄທ​ກໍ​ເປັນ​ຫ່ວງວ່າ,ຈະ​ເສຍ​ອະທິປະ​ໄຕ​ເໜືອດິນ​ແດນທີ່​ມີ​ຄວາມ​ຖົກ​ຖຽງ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>