ຈີນ​ສຳ​ເລັດ​ການ​ກວດກາ​ຄຸນ​ນະພາ​ບຄວາມ​ປອດ​ໄພ​ຕໍ່​ເຄື່ອງຫຼິ້ນ​ກິລາກາຍຍະກຳ​ເປັນຕົ້ນຂອງງານ​ກິລາ​ໂອ​ລິ​ມປິກ

(GMT+08:00) 2008-07-16 18:24:23 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊິນ​ຮວາ: ວັນ​ທີ15ກໍລະກົດ​ນີ້ ກົມ​ໃຫຍ່​ກວດກາ​ຄຸນ​ນະພາ​ບ​ແລະ​ກວດ​ພະຍາດ​ແຫ່ງ​ຊາດ​ຈີນ​ລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້ ສູນ​ກວດກາ​ຄຸນ​ນະພາ​ບ ຂອງ​ເຄື່ອງຫຼິ້ນ​ກິລາ​ແຫ່ງ​ຊາດ​ໄດ້​ສຳ​ເລັດ​ການ​ກວດກາ​ຄຸນ​ນະພາ​ບຄວາມ​ປອດ​ໄພ​ຕໍ່​ເຄື່ອງຫຼິ້ນ​ກິລາຕ່າງໆ​ເ​ຊັ່ນ ​ເຄື່ອງຫຼິ້ນ​ກິລາ​ກາຍ​ຍະ​ກຳ​ເປັນຕົ້ນຂອງງານ​ກິລາ​ໂອ​ລິ​ມປິກ.

ຂອບ​ເຂດ​ວຽກ​ງານ​ກວດກາ​ຕິດຕັ້ງ​ແທ່ນ​ແຂ່ງຂັນ​ແລະ​ເຄື່ອງ​ຫຼິ້ນກາຍ​ຍະ​ກຳ​ຂອງງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ນີ້ ລວມມີ​ແທ່ນ​ແຂ່ງຂັນ​ກວ້າງ3000ຕາ​ແມັດ ຕຽງ​​ເຕັ້ນ ສະຖານ​ທີ່​​ເຕັ້ນ​ຂາ​ດ່ຽວ​ແລະ​ແປ້ນ​ກີດຂວາງ​ເປັນຕົ້ນ,​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ເຄື່ອງ​ຫຼິ້ນ​ກິລາ​ແລະ​ແທ່ນ​ແຂ່ງຂັນ.

ຫຼັງ​ຈາກ​ການ​ແຂ່ງຂັນ​ກາຍ​ຍະ​ກຳ​ສິ້ນ​ສຸດ​ລົງ,ຝ່າຍ​ຕິດຕັ້ງຕ້ອງ​ປ່ຽນ​ຫໍ​ກາຍ​ຍະ​ກຳ​ເປັນ​ຫໍ​ບານ​ມື​ພາຍ​ໃນ17ຊົ່ວ​ໂມງ.ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ຝ່າຍ​ຕ່າງໆ,​ໃນ​ສຸດ​ທ້າຍ ​ແຜນການລະບຽບ​ການ​ມ້າງ ຈຸດ​ສຳຄັນ ​ເວລາ ​ແລະພະນັກງານ​ລ້ວນ​ແຕ່​ໄດ້​ຜ່ານ​ການ​ກວດກາ​ຮັບຮອງ​ຈາກ​ຜູ່​ຊ່ຽວຊານ​ຂອງ​ສູນ​ກາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>