ຢູ່​ຫວຽດນາມ​ມີ​ຄົນຜູ່​ໜຶ່ງ​ຖືກ​ສົງ​ໄສຕາຍ​​ຍ້ອນພະຍາດອານ​ແທຼກສ໌

(GMT+08:00) 2008-07-16 18:56:39 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ຢູ່​ແຂວງ​ຮາ ກຽງ ພາກ​ເໜືອ​ຫວຽດນາມ​ໄດ້​ເກີດ​ມີ​ສະພາບ​ຄ້າຍ​ຄື​ພະຍາດອານ​ແທຼກສ໌,ມີຄົນຜູ່​ໜຶ່ງ​ເສຍ​ຊີວິດ,13ຄົນມີ​ອາການ​ຄ້າຍຄືພະຍາດອານ​ແທຼກສ໌.

ນັບ​ແຕ່​ທ້າຍ​ເດືອນ​ມິຖຸນາ​ເປັນຕົ້ນມາ,ຢູ່​ແຂວງ​ດັ່ງກ່າວ ມີ​ສັດລ້ຽງ​ເຊັ່ນ​ງົວ ​ແກະ ​ແລະ​ໝູ​ເປັນຕົ້ນຕາຍຢ່າງ​ຫຼວງ​ຫຼາຍ. ປະຊາຊົນ​ທ້ອງ​ຖິ່ນ​ກິນ​ຊີ້ນຂອງ​ສັດລ້ຽງ​​ເຫຼົ່າ​ນີ້​ແລ້ວ,ມີ​ອາການຄີງຮ້ອນ ຜິວໜັງ​ເປື່ອຍ​ເນົ່າ ບໍ່​ມີ​ແຮງ ​ແລະ​ອື່ນໆ. ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໄດ້​ຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດຕໍ່​ສະພາບດັ່ງກ່າວ,ຊຳລະ​ສັດລ້ຽງ​ຕາຍ​ຢ່າງ​ທັນ​ການ,​ແລະ​ສະ​ເໜີ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ຢ່າ​ກິນ​ຊີ້ນຂອງ​ສັດລ້ຽງ​ຕາຍ.

ອານ​ແທຼກສ໌​ແມ່ນ​ພະຍາດ​ຕິດ​​ແປດ​ຄົນ​ແລະ​ສັດ,ງົວ​ ​ແກະ​ແລະ​ສັດ​ກິນ​ຫຍ້າ​ອື່ນໆ ​ແມ່ນ​ແຫຼ່ງ​​ແຜ່​ລະບາດຕົ້ນຕໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>