ໃນ​​ໄລຍະ​ງານ​ໂອ​ລິ​ມປິກ​ສະໜາມ​ບິນ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຈະ​ປະຕິບັດ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພພິ​ເສດ

(GMT+08:00) 2008-07-16 19:11:03 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ​ເລີ່​ມ​ແຕ່ສູນ​ໂມງ​ວັນ​ທີ 20 ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ, ສະໜາມ​ບິນ​ຈີນ​ຈຳນວນ​ໜຶ່ງ​ເຊັ່ນສະໜາມ​ບິນ​ນະຄອນຫຼວງປັກ​ກິ່ງ​ເປັນ​ຕົ້ນ​ຈະ​ປະຕິບັດ​ມາດ​ຕະການ​ກວດກາ​ພິ​ເສດ.

ຮອດ​ເວລາ​ນັ້ນ, ພາກສ່ວນ​ປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ຕິດຕັ້ງ​ອຸປະກອນກວດກາ​ຄວາມ​ປອດ​ໄພ​ຢູ່​ບ່ອນ​ເຂົ້າ​ອາຄານ​ຜູ້​ໂດຍສານ​ເລກ 1 ​ເລກ2​ແລະ​ເລກ3, ຂອງ​ສະໜາມ​ບິນ​ນະຄອນຫຼວງ. ຜູ້​ໂດຍສານ, ບຸກຄົນ​ຮັບ​​ສົ່ງ​ແລະ​ພະນັກງານ​ຂອງ​ໜ່ວຍ​ງານຕ່າງໆ​ປະຈຳ​ສະໜາມ​ບິນ​ໝົດ​ທຸກ​ຄົນລ້ວນ​ແຕ່​ຕ້ອງ​ຮັບ​ການ​ກວດກາຈິ່ງ​ເຂົ້າ​ອາຄານ​ຜູ້​ໂດຍ​ສານ​ໄດ້.

​ໂດຍ​ແນ​ໃສ່​ບັນຫາ​ຜູ້​ໂດຍສານ​ລຽນ​ແຖວຫຼັງ​ຈາກ​ປະຕິບັດ​ມາດ​ຕະການ​ກວດກາ​ພິ​ເສດ, ທາງສະໜາມ​ບິນ​ຈະ​ຕັ້ງໜ້າ​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງ​ກ່າວ. ກ່ອນ​ອື່ນ​ໝົດ, ສະໜາມ​ບິນນະຄອນຫຼວງ​ປັກ​ກິ່ງ​ຈະ​ເພີ່ມ​ທະວີ​ວຽກ​ງານ​​ແຈກ​ຢາຍ​ຜູ້​​ໂດຍສານ​​ຢູ່​ບ່ອນ​ເຂົ້າ​ອາຄານ​ຜູ້​ໂດຍສານ, ​ເພື່ອບໍ່​ໃຫ້​ຜູ້​ໂດຍສານລໍ​ຖ້າ​ຢູ່​ທາງ​ເຂົ້າ​ໃດ​ໜຶ່ງ​ເປັນ​ເວລາ​ດົນ​ນານ, ສຳ​ລັບ​ຜູ້​ໂດ​ຍສານ​ທີ່​ຕ້ອງການຄວາມ​ຊ່ອຍ​ເຫຼືອ​ເຊັ່ນ​ຜູ້​ເຖົ້າ ​ເດັກນ້ອຍ ຄົນ​ພິການ​ເປັນ​ຕົ້ນ, ສະໜາ​ມບິນ​ນະຄອນຫຼວງ​ຈະ​ຈັດ​ຕັ້ງ​ພະນັກງານ​ຂອງ​ສະໜາມ​ບິນ​ແລະ​ອາສາ​ສະໝັກ​ຕັ້ງໜ້າ​ຊ່ອຍຂົນ​ສົ່ງ​ເຄື່ອງ​ຂອງ​ໃຫ້​ຜູ້​ໂດຍສານ​ຂົນ​ເຫຼົ່າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>