ທ່ານບານກີມູນ​ຊົມ​ເຊີຍ​ການ​ເຈ​ລະ​ຈາ​ 6 ຝ່າຍ​ຮອບ​ໃໝ່​​ຮັບ​ໝາກ​ຜົນ

(GMT+08:00) 2008-07-17 10:30:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ກໍລະກົດ​ນີ້, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼງການ, ຊົມ​ເຊີຍໝາກຜົນ​ທີ່​ໄດ້ຮັບ​ໃນ​ການ​ເຈລະຈາຮອບ​ໃໝ່​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ມໍ່ໆ​ນີ້.

ທ່ານ​ບານ​ກີ​ມູນ​ກ່າວ​ວ່າ, ​ໃນ​ການ​ເຈລະຈາ​ເທື່ອ​ນີ້, ຝ່າຍ​ຕ່າງໆ​ເຫັນ​ດີ​ສ້າງ​ກົນ​ໄກ​ກວດກາ​ແລະ​ຕິດຕາມ​ແຫຼມ​ເກົາຫລີ​ປອດ​ນິວ​ເຄຼຍພາຍ​ໃນ​ຂອບ​ການ​ເຈລະຈາ 6 ຝ່າຍ, ຄວາມ​ຄືບ​ໜ້າ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ. ທ່ານ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທຳ​ຄວາມ​ພະຍາຍາມຫຼາຍກວ່າ​ເກົ່າ, ​ເພີ່​ມທະວີ​ການ​ສົນທະນາ​ກັນ, ​ເພື່ອ​ຊຸກ​ຍູ້​ຮູບ​ແບບຫຼາຍຝ່າຍ​ຕື່ມ​ອີກ, ພ້ອມ​ທັງ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ສອງ​ຝ່າຍ.

ແຕ່​ວັນ​ທີ 10 ຫາ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ກອງ​ປະຊຸມ​ຫົວໜ້າຄະນະ​ຜູ້​ແທນ​ການ​ເຈລະຈາ 6 ຝ່າຍໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ມື້​ອັດ​ກອງ​ປະຊຸມ​ໄດ້​ຖະ​ແຫຼງວ່າ, ຝ່າຍ​ຕ່າງ​ໆ​ເຫັນ​ດີ​ສ້າງ​ກົນ​ໄກ​ກວດກາ​ແລະ​ຕິດຕາມ​ແຫຼມ​ເກົາຫລີ​ປອດ​ນິວ​ເຄຼຍພາຍ ​ໃນ​ຂອບ​ການ​ເຈລະຈາ 6 ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>