ຊ່ອງ​ທາງ​ບໍ່​ມີ​ອຸ​ປະ​ສັກ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ກູ້​ກົ່ງ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຄົນ​ພິ​ການ​ຈີນ​ແລະ​ຕ່າງ​ປະ​ເທດ

(GMT+08:00) 2008-07-17 12:46:38 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI,ຫໍພິພິດທະພັນ​ກູ້​ກົ່ງ​ປັກ​ກິ່ງ​ຈີນ​ແມ່ນ​ຫໍພິພິດທະພັນ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ໂລກ,​ແລະ​ກໍ່​ແມ່ນ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຫຼາຍ​ໃນ​ໂລກ.ນັບ​ແຕ່​ຫໍພິພິດທະພັນ​ກູ້​ກົ່ງ​ເປີດ​ຊ່ອງ​ທາງ​ບໍ່​ມີ​ອຸປະສັກ​ໃນ​ເດືອນ​ພຶດສະພາ​ປີ​ນີ້​ມາ,​ໄດ້ສ້າງ​ຄວາມ​ສະດວກ​ໃຫ້​​ແກ່​ນັກ​ທ່ອງ​ທ່ຽວ​ຄົນ​ພິການ​ຈີນ​ແລະ​ຕ່າງປະ​ເທດ.

ເລີ່​ມ​ແຕ່​ປີ2003​ເປັນ​ຕົ້ນ​ໄປ,ຫໍພິພິດທະພັນ​ກູ້​ກົ່ງ​ໄດ້​ລົງທຶນ3​ລ້ານ​ກວ່າຢວນ​ເພື່ອດຳ​ເນີນ​ໂຄງການ​ແສ້​ມ​ແປງ​ຊ່ອງ​ທາງ​ເຂົ້າ​ອອກ​ທີ່​ບໍ່​ມີ​ອຸ​ປະ​ສັກ​ຢູ່ບ່ອນ​ທ່ອງ​ທ່ຽວ​ສຳຄັນ​ໃນ​ຫໍພິພິດທະພັນ,​ລວມມີ10​ກວ່າ​ໂຄງການ​ເຊັ່ນການນຳ​ເຂົ້າ​ລິບທີ່ທັນ​ສະ​ໄໝໃນ​ໂລກ,ທາງ​ໂນນ​ຢາງ​ປຼາສະຕິ​ນທີ່​ປອດ​ໄພ​ແລະ​ອະນຸລັກ​ສິ່ງ​ແວ​ດລ້ອມ​ເປັນ​ຕົ້ນ.​ການ​ສ້ອມ​ແປງ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ຢູ່​ໃຕ້​ເງື່ອນ​ໄຂ​ບໍ່​ທຳ​ລາຍ​ທິວ​ທັດ​ຂອງ​ສິ່ງ​ກໍ່​ສ້າງ​ເດີມ.

ນັກທ່ອງທ່ຽວຄົນພິການໃຊ້ລິບສະເພາະໃນເວລາທ່ຽວຫໍພິພິດທະພັນ

ນອກ​ນີ້,ຫໍພິພິດທະພັນ​ກູ້​ກົ່ງ​ຍັງ​ໄດ້​ພິມປຶ້ມ​ແຜ່ນ​ພັບ​ນຳ​ທ່ຽວ​ສຳ​ລັບ​ຄົນ​ພິ​ການ,​ໂດຍ​ແນະ​ນຳ​ບ່ອນ​ທີ່​ມີ​ສິ່ງ​ກໍ່ສ້າງ​ທີ່​ບໍ່​ມີ​ອຸປະສັກ,​ແລະມີ​ແຜ່ນ​ທີ່​ບອກ​ເສັ້ນ​ທາງ​ທ່ອງ​ທ່ຽວ​ທີ່​ບໍ່​ມີ​ອຸ​ປະ​ສັກ​ເພື່ອ​ນັກ​ທ່ອງ​ທ່ຽວ​ຄົນ​ພິການ​ໂດຍ​ສະ​ເພາະ,​ສ້າງ​ຄວາມ​ສະ​ດວກ​ໃຫ້​ເຂົາ​ເຈົ້າ​ເພື່ອ​ໄດ້​ສຳ​ຜັດ​ກັບ​ສະ​ເໜ່ຂອງ​ມໍລະດົກ​ວັດທະນະທຳ​ຢ່າງ​ໃກ້ຊິດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>