ຈີນ​ຫວັງວ່າສະຖານະ​ການ​ດາ​ຟູຈະ​ບໍ່​ສັບສົນ​ກວ່າ​ເກົ່າ​ຍ້ອນ​ຜູ່​ນຳ​ຊູ​ດັງ​ຖືກ​ກ່າວ​ຟ້ອງ

(GMT+08:00) 2008-07-17 19:57:23 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ17ກໍລະກົດ​ນີ້ ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​​ເປັນ​ຫ່ວງ​ນຳ​ການ​ທີ່​ສານ​ອາດຊະ​ຍາ​ກຳສາກົນ​ກ່າວ​ຟ້ອງ​ຜູ່​ນຳ​ຊູ​ດັງ,ຫວັງວ່າສະຖານະ​ການ​ດາ​ຟູຈະ​ບໍ່​ສັບສົນ​ກວ່າ​ເກົ່າ​ຍ້ອນ​ເລື່ອງ​ນີ້.

ທ່ານ​ລິ​ວຈ້ຽນຊ່າວ​ກ່າວ​ວ່າ,ທາງ​ສາກົນມີຄວາມ​ເຫັນ​ຕ່າງ​ກັນ​ຕໍ່​ບັນຫາ​ນີ້,ປະ​ເທດ​ທີ່​ກ່ຽວຂ້ອງ​ກໍ່​​ໄດ້​ຫາລື​ບັນຫາ​ນີ້​ພາຍ​ໃນ​ຂອບ​ລະດັບ​ໃດ​ໜຶ່ງ,ຈີນ​ຍິນ​ດີ​ສືບ​ຕໍ່​​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ນີ້ກັບປະ​ເທດ​ທີ່​ກ່ຽວຂ້ອງ. ຈຸດປະສົງ​ຂອງ​ຈີນ​ແມ່ນ​ຢາກ​ພິຈາລະນາ​ຈາກການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊູ​ດັງ,​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ເພື່ອ​ບັນລຸ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ດາຟູ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>