ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ພິມ​ປຶ້ມ​ຄູ່​ມື​​ແນະ​ນຳ​ມວນ​ຊົນ​ຕ້ານ​​ແລະ​ປ້ອງ​ກັນ​ການ​ກໍ່​ການ​ຮ້າຍ

(GMT+08:00) 2008-07-18 10:36:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 17 ກໍລະກົດ​ນີ້, ພະ​ແນ​ກຕ້ານ​ການ​ກໍ່​ການ​ຮ້າຍຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ພິມ​ແລະ​ແຈກ​ຢາຍ"ປຶ້ມຄູ່​ມື​ປ້ອງ​ກັນ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ", ​ແນະນຳ​ມວນ​ຊົນ​ຕ້ານ​ແລະ​ປ້ອງ​ກັນ​ການ​ກໍ່​ການ​ຮ້າຍ.

ປຶ້ມຄູ່​ມື​ເຫຼັ້ມນີ້​ແມ່ນ​ພະ​ແນ​ກຕ້ານ​ການ​ກໍ່​ການ​ຮ້າຍ​ຂອງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ຈັດຕັ້ງນັກວິຊາການ​ມາຮຽບຮຽງ​ກ່ອນ​ໄຂ​ງານ​ກິລາ​ໂອ​ລິ​ມປິກ. ປຶ້ມຄູ່​ມື​ນີ້ໄດ້ຈຳລອງ​ເຫດການ 39 ​ແບບ​ເພື່ອ​ສາມາດ​ວດພາບ​ໄດ້​ແລະ​ຮັບ​ມື​ກັບ​ການກະທຳ​ກໍ່​ການ​ຮ້າຍ​ແລະ​ພວກ​ກໍ່​ການ​ຮ້າຍ, ​ແນະນຳ​ມວນ​ຊົນ​ໃຊ້ມາດ​ຕະການ​ທີ່ຖືກຕ້ອງ​ມາຫຼົບຫຼີກຄວາມ​ອັນຕະລາຍ​ໃນ​ເວລາ​ປະສົບກັບ​ເຫດ​ການລະ​ເບີດ, ຈີ້​ຕົວ, ຫຼືໃນ​ເວລາ​ຖືກຫຼອນ​ໂຈມ​ຕີ​ດ້ວຍ​​ອາວຸດ​ເຄມີ​ແລະ​ອາວຸດ​ຊີ້​ວະ​ພາບ​ແລະ​ຖືກ​ນິວ​ເຄຼຍແຜ່​ລັງສີ​, ຮູ້ຈັກວິທີ​ຊ່ວຍ​ຕົນ​ເອງ​ແລະ​ຜູ້​ອື່ນ​ໃນ​ກໍລະນີ​ສຸກ​ເສີນ, ​ເພື່ອຫຼຸດຄວາມ​ອັນຕະລາຍ​ເຖິງ​ລະດັບ​ຕ່ຳ​ສຸດ. ຕົວຢ່າງ​ວ່າ, ​ເມື່ອມວນ​ຊົນ​​ໄດ້ອ່ານ​ປຶ້ມຄູ່​ມື​ນີ້​ແລ້ວ​ກໍ່​ຈະຮູ້​ຈັກວ່າ, ຖ້າ​ຖືກ​ພວກ​ກໍ່​ການ​ຮ້ານ​ຈີ້​ຕົວ, ຄວນ​ຮັກສາ​ຄວາມ​ທຸ່ນ​ທ່ຽງ​ແນວ​ໃດ; ​ໃນ​ເວລາ​ທີ່​ຕຳຫຼວດ​ໂຈມ​ຕີ​ພວກ​ກໍ່​ການ​ຮ້າຍ​ຢ່າງ​ກະທັນຫັນ, ຕ້ອງ​ພະຍາຍາມ​ໝູບ​ລົງ​ໜ້າດິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>