ຈີນຮຽກ​ຮ້ອງ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​​ເພື່ອ​ຊອກ​ຮູ້​ຕິ​ເບດຕົວ​ຈິງ

(GMT+08:00) 2008-07-19 18:05:49 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ18 ກໍລະກົດ​ນີ້,ຢູ່ສະຖານກົງ​ສູນ​ໃຫຍ່​ຈີນ​ປະຈຳ​ນິວຢອກ,ຄະນະ​ຜູ່​ແທນ​ນັກ​ຕິ​ເບ​ດສຶກສາຈີນ​​ໄດ້ຈັດ​ງານ​ຖະ​ແຫຼ​ງຂ່າວ,​ໄດ້​ແນະ​ນຳ​ສະພາບ​ການ​ຂອງ​ຕິ​ເບ​ດ​ໃຫ້​ນັກ​ຂ່າວ​ຈີນ​​ແລະ​ຕ່າງປະ​ເທດ,​ແລະ​ຮຽກຮ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ເພື່ອຊອກ​ຮູ້​ຕິ​ເບ​ດຕົວ​ຈິງ.

ທ່ານ​ເຕນຈິນ ວາງ​ບົນ ຫົວໜ້າ​ຄະນະ​ຜູ່​ແທນ,ຮອງ​ປະທານ​ຄະນະ​ກຳມະການ​ຊົນ​ເຜົ່າ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ຕິ​ເບ​ດທີ່​ສຸດ,ສອງ​ຝ່າຍ​ຈີນ​ກັບ​ອາ​ເມ​ລິ​ກາ​ມີຫຼາຍ​ຄວາມ​ເຫັນ​ທີ່ຄ້າຍຄື​ກັນ​ໃນ​ບັນຫາ​ຕິ​ເບ​ດ,​ແຕ່​ຍັງ​ມີ​ຫຼາຍຄວາມ​ເຫັນ​ແຕກ​ຕ່າງ​ກັນຫຼາຍ,ສະ​ນັ້ນ,ສອງ​ຝ່າຍ​ຄວນ​ເພີ່​ມທະວີ​ການ​ແລກປ່ຽນກັນ.​ເຮັດ​ໃຫ້​ມວນ​ຊົນ​ອາ​ເມ​ລິ​ກາຊອກ​ຮູ້​ສະພາບ​ຕົວ​ຈິງ​ຂອງ​ຕິ​ເບ​ດ​ແມ່ນ​​ເລື່ອງ​ທີ່ສຳຄັນ​ທີ່​ສຸດ.

ທ່ານ​ວາງ​ພີ່​ຈຸ່ນ ຮອງ​ເລຂາ​ທິການ​ໃຫຍ່​ສະມາຄົມ​ການ​​ແລກປ່ຽນ​ວັດທະນະທຳ​ຕໍ່​ຕ່າງປະ​ເທດຂອງ​ຈີນ​ກ່າວ​ວ່າ,ມວນ​ຊົນ​ອາ​ເມ​ລິ​ກາ​ຂາດ​ຄວາມ​ເຂົ້າ​ໃຈຕໍ່​ຕິ​ເບດ,ຈົນ​ກະທັ້ງ​ສະມາຊິກ​ສະພາ​ບາງ​ຄົນ​ແມ່ນ​ໄດ້​ຍິນ​ເປັນ​​ເທື່ອ​ທຳ​ອິດ​ວ່າ​ຢູ່ຕິ​ເບ​ດ​ເຄີຍ​ມີ​ລະບອບ​ທາດ​ກະສິກອນ​ສັກດິນາ​ເປັນ​ເທື່ອ​ທຳ​ອິດ,ສະ​ນັ້ນ​ພວກ​ເຂົາ​ເຈົ້າ​ຫວັງ​ໃຫ້​ຝ່າຍ​ກ່ຽວຂ້ອງຂອງ​ຈີນ​​ໄປອາ​ເມ​ລິ​ກາດຳ​ເນີນ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ໃນ​ດ້ານ​ນີ້​ເລື້ອຍໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>