ເລີ່ມ​ແຕ່​ວັນ​ທີ​20​ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ໄປ​ປັກ​ກິ່ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຈຳ​ກັດ​ການ​ແລ່ນ​ລົດ​ແລະ​ປັບ​ໂມງ​ເຂົ້າ​ການ​ເລີກ​ການ

(GMT+08:00) 2008-07-20 16:57:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,​ເລີ່​ມ​ແຕ່​ເວລາ​ສູນ​ໂມງ​ວັນ​ທີ20​ກໍລະກົດ​ນີ້​ເປັນ​ຕົ້ນ​ໄປ,ປັກ​ກິ່ງ​ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຈຳກັດການ​ແລ່ນ​ລົດ ​ຕາມ​ເລກ​ຄູ່​ເລກ​ຄີກ​ຂອງ​ປ້າຍ​ລົດ​ແລະ​ປັບ​ໂມງ​ເຂົ້າ​ການ​ແລະ​ເລີກ​ການ​ເພື່ອ​ຮັບປະກັນ​ຄົມມະນາຄົມ​ດຳ​ເນີນ​ປົກກະຕິ​ແລະ​ຄຸນ​ນະພາ​ບອາກາດ​ໃນ​ຍາມ​ງານ​ກິລາ​ໂອ​ລິ​ມປິກ​​ແລະ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ.

ມາດ​ຕະການ​ສອງ​ຢ່າງ​ດັ່ງ​ກ່າວຈະ​ປະຕິບັດ​ໄປ​ຮອດ​ວັນ​ທີ20​ກັນຍາ​ປີ​ນີ້.​ໃນ​ໄລຍະ​ນີ້,ບໍ່​ວ່າ​ແມ່ນ​ລົດ​ຍົນປັກ​ກິ່ງ​ຫຼື​ ​ຕ່າງ​ຖິ່ນ​ທີ່​ມາ​ປັກ​ກິ່ງ​ລ້ນວ​ແຕ່​ໃຫ້​​ແລ່ນ​ລົດຕາມ​​ເລກ​ຄູ່​ເລກ​ຄີກ​ຂອງ​ປ້າຍ​ລົດ.ຢູ່​ນະ​ຄອນ​ປັກ​ກິ່ງ,​ເວັ້ນ​ເສຍ​ແຕ່​ວິ​ສາ​ຫະ​ກິດ,​ຫົວ​ໜ່ວຍ​ວິ​ຊາ​ການ​ແລະ​ອົງ​ການ​ຈັດ​ຕັ້ງ​ສັງຄົມ​ທີ່​ຮັບ​ຜິດ​ຊອບ​ຮັບ​ປະ​ກັນ​ການ​ໝູນ​ເດີນ​ຂອງ​ຕົວ​ເມືອງ​ແລະ​ການ​ບໍ​ລິ​ການ​ພ້ອມ​ດ້ວຍ​ໂຮງ​ຮຽນ​ແລ້ວ,​ລັດ​ວິ​ສາ​ຫະ​ກິດ​ຂັ້ນ​ຕ່າງໆ​ໃຫ້​ປັບ​ໂມງ​ເຂົ້າ​ການ​ແລະ​ເລີກ​ການ.

ເພື່ອ​ແກ້​​ໄຂ​ບັນຫາ​ທີ່​ການ​ປະຕິບັດ​ມາດ​ຕະການ​ຈຳກັດ​ການ​ແລ່ນ​ລົດສ້າງ​ຄວາມ​ບໍ່​ສະ​ດວກ​ໃຫ້​ແກ່​ປະຊາຊົນ​ສ່ວນ​ໜຶ່ງ,ນະຄອນ​ປັກ​ກິ່ງ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ເຊັ່ນ​ແກ່ຍາວ​ເວລາ​ບໍ​ລິ​ການ​ຂອງ​ລົດ​ໄຟ​​ໃຕ້​ດິນ​ແລະ​ລົດ​ເມ​ປະຈຳ​ທາງ,​ເພີ່ມ​ລົດຍົນ​ແລະ​ຖ້ຽວ​ລົດ​ເປັນ​ຕົ້ນ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ໃນ​ການ​ອອກ​ເດີນທາງ​ປົກກະຕິ​ຂອງຊາວ​ເມືອງ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>