ເສດຖະກິດ​ຈີນ​ຈະ​ບໍ່​ຊຸດ​ໂຊ​ມລົງ​ຍ້ອນ​ງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ

(GMT+08:00) 2008-07-20 17:01:04 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI,ຜູ່​ຊ່ຽວຊານ​ຈີນ​ກ່າວ​ວ່າ,​ເສດຖະກິດ​ຈີນ​ຈະ​ບໍ່​ຊຸດ​ໂຊມ​ລົງ​ຍ້ອນ​ງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ.

ທ່ານ​ເສີນ​ຈ້ຽນ​​ຫົວໜ້າ​ບໍລິຫານ​ງານ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວຢູ່​ປັກ​ກິ່ງ​ໃນ​ວັນ​ທີ20​ກໍລະກົດ​ນີ້.

ທ່ານ​ເຫັນ​ວ່າ, ເສດຖະກິດຫຼັງ​ງານ​ກິລາ​ໂອ​ລິ​ມປິກຊຸດ​ໂຊມ​ລົງ​ນັ້ນບໍ່​ແມ່ນ ​ກົດ​ເກນ.​ເມື່ອ​ສັງ​ລວມປັດ​ໄຈ​ຕ່າງໆ​ແລ້ວ​ເຫັນ​ວ່າ,​ເສດຖະກິດ​ຈີນ​ອາ​ໄສ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ໜ້ອຍ​ທີ່​ສຸດ,ສະ​ນັ້ນ,ສະພາບ​ລວມຂອງ​ເສດຖະກິດຈີນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຫຼາຍຍ້ອນ​ງານ​ກິລາ​ໂອ​ລິ​ມປິກ​ສິ້ນ​ສຸດ​ລົງ.

ທ່ານ​ເສີນ​ຈ້ຽນກ່າວ​ວ່າ,​ເນື່ອງ​ຈາກ​ວ່າ​ງານ​ໂອ​ລິ​ມປິກ​ໄດ້​ເພີ່ມ​ອິດ​ທິພົນ​ຂອງ​ຈີນ,​ແລະ​ເຮັດ​ໃຫ້​​ເມືອງ​ຈັດ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ເຊັ່ນ​ປັກ​ກິ່ງ​ແລະ​ນະຄອນ​ຊິງ​ຕາວ​ເປັນ​ຕົ້ນມີ​ຊື່​ສຽງ​ດັງ​ກວ່າ​ເກົ່າ​ໃນ​ໂລກ,ສະ​ນັ້ນ,ສາມາດ​ຄາດ​ຄະ​ເນ​ໄດ້​ວ່າ​ພາຍຫຼັງ​ງານ​ກິລາ​ໂອ​ລິ​ມປິກ​,ການທ່ອງທ່ຽວ ການ​ປະຊຸມ​ແລະ​ງານ​ວາງສະ​ແດງ​ແລະ​ການ​ທະນາຄານ​ຂອງ​ເຂດ​ ເຫຼົ່າ​ນີ້ຈະ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>