ຜູ້ນຳກຳປູເຈຍແລະໄທກ່າວວ່າຄວນພະຍາຍາມປ້ອງກັນບໍ່ໃຫ້ສະພາບການຕາມຊາຍແດນຂອງສອງປະເທດຊຸດໂຊມລົງ
(GMT+08:00) 2008-07-21 09:22:20 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ, ວັນທີ20ກໍລະກົດນີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີກະປູເຈຍໄດ້ສົ່ງຈົດໝາຍອີກສະບັບໜຶ່ງໄປຍັງທ່ານສະມັກ ສຸນທໍລະເວດ ນາຍົກລັດຖະມົນຕີໄທ, ເຫັນດີນຳຂໍ້ສະເໜີຂອງທ່ານສະມັກກ່ຽວກັບສອງປະເທດຄວນທຳຄວາມພະຍາຍາມສຸດຂີດເພື່ອປ້ອງກັນບໍ່ໃຫ້ສະພາບການຕາມຊາຍແດນຊຸດໂຊມລົງ, ເພື່ອຮັບປະກັນມິດຕະພາບແລະການຮ່ວມມືລະຫວ່າງປະຊາຊົນສອງຊາດໃນເວລາດົນນານມານີ້ບໍ່ໃຫ້ຖືກກະທົບ.
ໃນຈົດໝາຍຂອງທ່ານຮຸນແຊນຂຽນວ່າ, ທ່ານໄດ້ຊີ້ນຳໃຫ້ທ່ານຕີບານ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດນຳພາຄະນະຜູ້ແທນກຳປູເຈຍໄປຢ້ຽມຢາມໄທໃນວັນທີ21ກໍລະກົດນີ້, ເຂົ້າຮ່ວມກອງປະຊຸມລະດັບສູງກ່ຽວກັບບັນຫາຊາຍແດນສອງປະເທດ. ນອກນີ້, ທ່ານຍັງສັ່ງໃຫ້ເຈົ້າໜ້າທີ່ທີ່ຮັບຜິດຊອບວັດແທກຊາຍແດນປຶກສາຫາລືກັບຝ່າຍໄທໂດຍໄວ, ຂຸ້ນຂ້ຽວຈັດວາງແຜນການທີ່ຈະແຈ້ງກ່ຽວກັບການຂີດແບ່ງຊາຍແດນກຳປູເຈຍກັບໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ