ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແລະ​ຜູ່​ຕາງ​ໜ້າ​ປະ​ເທດ​ອາ​ຊຽນ​ຮຽກ​ຮ້ອງ​ກຳ​ປູ​ເຈຍ​ແລະ​ໄທ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ຊາຍ​ແດນ​ໂດຍ​ສັນ​ຕິ

(GMT+08:00) 2008-07-21 09:24:44 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ​ວັນ​ທີ20​ກໍລະກົດ​ນີ້,ຢູ່​ສິງກະ​ໂປ,ລັດຖະມົນຕີ​ການ​ຕ່າງປະ​ເທດ​​ແລະ​ຜູ່​ຕາງ​ໜ້າຂອງປະ​ເທດ​ອາ​ຊຽນ​ໄດ້​ຮຽກ​ຮ້ອງ​ໃຫ້​ກຳ​ປູ​ເຈຍ​ແລະ​ໄທ​ຮັກສາ​ຄວາມ​ອົດ​ກັ້ນ​ຈົນ​ສຸດ​ຂີດ​​ໃນ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ຊາຍ​ແດນ,​ປະຕິບັດ​ຕາມ​ຈິດ​ໃຈ​ແຫ່ງຄວາມ​ສາມັກຄີ​ ແລະ​ມິດຕະພາບ​ຖານ​ບ້ານ​ໃກ້​ເຣືອນຄຽງ​ທີ່​ດີຂອງ​ອາ​ຊຽນ,​ແກ້​ໄຂ​ບັນຫາ​ນີ້​ດ້ວຍ​ຄວາມ​​ໃຈ​ເຢັນ.

ທ່ານ​ຈອດ​ຈ໌ ຢຽວຢົງ​ບູນ ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ສິງກະ​ໂປ ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນອອກ​ຖະ​ແຫຼ​ງການ​ວ່າ,​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແລ​ະຜູ່​ຕາງໜ້າ​ຂອງ10​ປະ​ເທດ​ອາ​ຊຽນຫວັງ​ໃຫ້​ກຳປູ​ເຈຍ​ແລະ​ໄທ​ຜ່ານ​ຈາກ​ກອງ​ປະຊຸມ​ຄະນະ​ກຳມະການ​ຊາຍ​ແດນ​ໃນວັນ​ທີ21​ກໍລະກົດ​ນີ້​ແລະ​ການ​ເຈລະຈາ​ສອງ​ຝ່າຍອື່ນໆ, ​ຊອກ​ໄດ້​ວິຖີ​ທາງ​ໜຶ່ງ​ເພື່ອ​ຜ່ອນຄາຍ​ສະພາບ​ເຄັ່ງ​ຕຶງ​ຂອງ​ສະຖານະ​ການ​ຢູ່​ຊາຍ​ແດນ.ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​ຜູ່​ຕາງໜ້າ​ຂອງ​ອາ​ຊຽນຍັງ​ກ່າວ​ວ່າ​ຍິນ​ດີ​ສະໜອງ​ສະຖານ​ທີ່​ເຈລະຈາ​ອັນ​ເໝາະ​ສົມ​ໃຫ້​ແກ່​ກຳປູ​ເຈຍ​ແລະ​ໄທ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ.

ທ່ານ​ຈອດ​ຈ໌ ຢຽວຢົງ​ບູນກ່າວ​ວ່າ,ຕອນ​ຄ່ຳ​ວັນ​ທີ20ກໍລະກົດ​ນີ້,ກຳປູ​ເຈຍ​ແລະ​ໄທ​ກໍ່​ໄດ້​ກ່າວ​ວ່າ​ສອງ​ປະ​ເທດ​ຈະ​ເຄົາລົບ​ພັນທະ​ຂອງ​ອາ​ຊຽນ​ແລະ​ສາກົນ,ທຳ​ຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ສະ​ແຫວ​ງຫາ​ແຜນການ​ແກ້​ໄຂ​ບັນຫາ​ໂດຍ​ສັນຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>