ທ່ານ​ຫູ​ຈິນ​ທາວ​ສຳ​ຫຼວດ​ວຽກ​ງານ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ນະ​ຄອນ​ຊິງ​ຕາວ​ແຂວງ​ຊ່ານ​ຕຸ່ງ

(GMT+08:00) 2008-07-21 09:47:26 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI,ວັນ​ທີ20​ກໍລະກົດ​ນີ້,ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ນະ​ຄອນ​ຊິງ​ຕາວ ​ແຂວງ​ຊ່ານ​ຕຸ່ງ,​ເພື່ອ​ສຳ​ຫຼວດ​ການ​ກະກຽມ​ການ​ແຂ່ງຂັນ​ເຮືອ​ໃບຂອງ​ງານ​ກິລາ​ໂອ​ລິ​ມ​ປິກ​ປັກ​ກິ່ງ​ແລະ​ສຳ​ຫຼວດກວດກາ​ສະພາບ​ການ​ຜະລິດ​ແລະ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ໃນ​ປັດຈຸບັນ.


ນະຄອນ​ຊິງ​ຕາວ​ແມ່ນ​​ເມືອງ​ຊ່ວຍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຮັບ​ພາລະກຽມ​ຈັດການ​ແຂ່ງຂັນ​ເຮືອ​ໃບ​ໂອ​ລິ​ມປິກ.​ນັບແຕ່​ກາງ​ເດືອນ​ມິຖຸນາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ,​ໄຄນ້ຳ​ຈຳນວນ​ຫຼວງຫຼາຍ​ໄດ້​ໄຫຼ​ເຂົ້າໄປ​ຮອດ​ເຂດ​ທະ​ເລ​ໃກ້​ນະຄອນ​ຊິງ​ຕາວ,ທ່ານ​ຫູ​ຈິນທາວ​ໄດ້​ອອກ​ຄຳ​ສັ່ງ​ສຳຄັນ​ຫຼາຍ​ເທື່ອ,​ຮຽກ​ຮ້ອງ​ໃຫ້​ຂ້ຽວ​ເລັ່ງກຳຈັດ​ໄຄ​ນ້ຳ​.ປັດຈຸບັນ,ວຽກ​ງານ​ນີ້​ໄດ້​ຮັບ​​ໄຊຊະນະ​ຢ່າງ​ຢ່າງ​ເດັດຂາດ​ແລ້ວ.


ທ່ານ​ຫູ​ຈິນທາວ​ຍັງ​ໄດ້​ສຳ​ຫຼວດລະບົບ​ບັນຊາ​ການ​ດຳ​ເນີນ​ການ​ແຂ່ງຂັນ​ເຮືອ​ໃບ​ໂອ​ລິມ​ປິກ.​ທ່ານ​ກ່າວ​ວ່າ,​ແຕ່​ດຽວ​ນີ້​ຮອດ​ມື້​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍັງ​ເຫຼືອ​ພຽງ​ແຕ່19​ວັນ​ເທົ່າ​ນັ້ນ,ຫວັງ​ວ່າ​ທຸກ​ຄົນ​ຈົງ​ມີ​ນ້ຳ​ໃຈ​ຄວາມ​ຮັບຜິດຊອບ​ເພີ່ມ​ຂຶ້ນ​ແລະ​ຮູ້​ສຶກ​ ຮີບ​ດ່ວນ​ກວ່າ​ເກົ່າ,​ລົງ​ເລິກ​ເຮັດວຽກ​ກະກຽມ​ທຸກ​ດ້ານ​ໃຫ້​ລະ​ອຽດ​ຮອບ​ຄອບ,​ຮັບ​ປະ​ກັນ​ການ​ແຂ່ງ​ຂັນ​ເຮືອ​ໃບ​ໂອ​ລິ​ມປິກ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ,​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ສີສັນ​ພິ​ເສດ​ແລະ​ມີລະດັບ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>