ກຳ​ປູ​ເຈຍ​ຢາກ​ໃຫ້​ປ້ອງ​ກັນ​ບໍ່​ໃຫ້​ສະ​ພາບ​ການ​ຢູ່​ເຂດ​ຊາຍ​ແດນ​ກັບ​ໄທ​ຊຸດ​ໂຊມ​ລົງ

(GMT+08:00) 2008-07-21 18:04:34 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ວັນ​ທີ20ກໍລະກົດ​ນີ້, ທ່ານ​ຮຸນ​ແຊນ ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ​ໄດ້​ສົ່ງ​ຈົດ​ໝາຍ​ອີກ​ສະ​ບັບໜຶ່ງ​ໄປ​ຍັງ​ທ່ານ​ສະໝັກ ສຸນ​ທໍລະ​ເວດ ນາຍົກ​ລັດຖະ​ມົນຕີ​ໄທ, ຫວັງ​ໃຫ້​ສອງ​ປະ​ເທດທຳ​ຄວາມ​ພະຍາ​ຍາມສຸດ​ຂີດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສະ​ພາບ​ການ​ຕາມ​ຊາຍ​ແດນ​ຊຸດ​ໂຊມ​ລົງ​, ​ເພື່ອ​ຮັບປະ​ກັນ​ມິດຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ປະຊາ​ຊົນ​ສອງ​ຊາດ​ທີ່​ມີ​ມາ​ແຕ່​ດົນ​ນານ​ບໍ່​ໃຫ້ຖືກ​ກະທົບ.

ໃນ​ຈົດ​ໝາຍ​ຂອງ​ທ່ານ​ຮຸນ​ແຊນ​ຂຽນ​ວ່າ, ຫວັງ​ໃຫ້​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​​ໃກ້​ຊິດ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ, ທ່ານ​ໄດ້​ຊີ້​ນຳ​ໃຫ້​ທ່ານ​ຕີ​ບານ ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນລັດ​ຖະມົນຕີ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ນຳພາ​ຄະນະ​ຜູ້​ແທນ​ກຳປູ​ເຈຍ​ໄປ​ຢ້ຽມ​ຢາມ​ໄທ​ໃນ​ວັນ​ທີ21ກໍ​ລະ​ກົດ​ນີ້, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ​ສອງ​ປະ​ເທດ.

ນອກ​ນີ້, ທ່ານ​ຍັງ​ສັ່ງ​ໃຫ້​ເຈົ້າ​ໜ້າ​ທີ່​ທີ່​ຮັບຜິດ​ຊອບ​ວັດ​ແທກ​ຊາຍ​ແດນ​ປຶກສາ​ຫາລື​ກັບ​ຝ່າຍ​ໄທ​ໂດຍ​ໄວ, ຂຸ້ນຂ້ຽວ​ຈັດ​ວາງ​ແຜນການ​ທີ່​ຈະ​ແຈ້ງ​ກ່ຽວກັບ​ການຂີດ​ແບ່ງ​ຊາຍ​ແດນ​ກຳປູ​ເຈຍ​ກັບ​ໄທ.
ມື້​ດຽວ​ກັນ, ທ່ານ​ຄິວ​ກັນຍາ​ຣັດ ​ລັດຖະ​ມົນຕີ​ວ່າການ​ກະຊວງ​ຖະ​ແຫຼງ​ຂ່າວ, ທັງ​ເປັນໂຄສົກ​ລັດຖະບານ​ກຳປູ​ເຈຍກ່າວ​ວ່າ, ກຳປູ​ເຈຍ​ໄດ້​ສົ່ງຈົດ​ໝາຍ​ໄປ​ຍັງ​ສະ​ພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ​ໂດຍ​ຂຽນ​ວ່າ, ທະຫານ​ໄທ​ໄດ້​ເຂົ້າ​ຮຸກຮານ​ດິນ​ແດນ​ກຳປູ​ເຈຍ​ທີ່​ຢູ່​ໃກ້ຜາສາດ ພະ​ວິຫານ.

ນອກ​ນີ້, ຍັງ​ມີຂ່າວ​ແຈ້ງວ່າ, ມື້​ດຽວ​ກັນ, ລັດຖະ​ມົນຕີ​ການ​ຕ່າ​ງປະ​ເທດ​ຫຼື​ຜູ້​ແທນ 10 ປະ​ເທດ​ສະ​ມາ​ຊິກ​ອາຊຽນ​ຮຽກຮ້ອງ​ໃຫ້​ກຳປູ​ເຈຍ​ກັບ​ໄທ​​ແກ້​ໄຂຄວາມ​ຂັດ​ແຍ່ງ​ກັນ​ຢ່າງສັນຕິ​ໂດຍ​ຜ່ານ​ການ​ເຈລະຈາ, ​ແລະ​ກ່າວ​ວ່າ, ຍິນ​ດີ​ສະໜອງ​ສະຖານ​ທີ່​ເຈລະຈາ​ທີ່​ເໝາະ​ສົມ​ໃຫ້​ສອງ​ປະ​ເທດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>