ທ່ານ​ຫຼີ​ຊຽນ​ລົງ​ຮຽກ​ຮ້ອງ​ໃຫ້​ທຳ​ຄວາມ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ

(GMT+08:00) 2008-07-21 18:10:02 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 21 ກໍລະກົດ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາຊຽນ​ຄັ້ງ​ທີ 41 ​ໄດ້ຈັດ​ຂຶ້ນ​ຢູ່​ສິງກະ​ໂປ. ​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຫຼີ​ຊຽນ​ລົງ ນາຍົກ​ລັດຖະ​ມົນຕີ​ສິງ​ກະ​ໂປ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາຊຽນ​ກ່າວ​ວ່າ, ອາຊຽນ​ຄວນ​ສືບ​ຕໍ່​ພະ​ຍາ​ຍາມ​ສ້າງ​ປະຊາ​ຄົມ​ອາຊຽນ​ທີ່​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ເພື່ອ​ບັນລຸ​ຄວາມ​ປາຖະໜາ​ແລະ​ຄວາ​ມຝັນ​ຂອງ​ປະຊາຊົນ.

ທ່ານ​ຍັງ​ກ່າວ​ວ່າ, ບາດ​ກ້າວ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາຊຽນບໍ່​ຄວນ​​ຖືກ​ຕັດສິນ​ໂດຍ​ປະ​ເທດ​ສະມາຊິກ​ອາຊຽນ​ທີ່​ພັດທະນາ​ຊ້າ​ກວ່າໝູ່. ສະ​ນັ້ນ, ອາຊຽນ​ຕົກລົງ​ເລີ່​ມປະຕິບັດ "ກົດ​ບັດ​ອາຊຽນ", ກໍ່ຈະ​ບໍ່​ລໍ​ຖ້າ​ການ​ອະນຸຍາດ​ຂອງ​ທັງໝົດ 10 ປະ​ເທດ​ສະມາ​ຊິກ​ອາຊຽນ.​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ອາຊຽນ​ຈະ​ດຳ​ເນີນ​ວຽກ​ງານ​ໂດຍ​ປິ່ນ​ອ້ອມ​ 2 ຂົງ​ເຂດ​ຕົ້ນຕໍ, ກໍ່​ຄື: ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ແລະ​ອົງການ​ສິດທິ​ມະນຸດ​ອາຊຽນ. ທ່ານ​ຫຼີຊຽນລົງ​ປະກາດ​ວ່າ​ຈະ​ສ້າງ​ສູນ​ຄົ້ນຄວ້າ​ອາຊຽນ​ຢູ່​ສຳນັກງານ​ຄົ້ນ​ຄວ້າ​ອາຊີ​ອາຄະ​ເນ​ຂອງ​ສິງກະ​ໂປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>