ທ່ານ​ບັນ​ກີ​ມູນຊົມ​ເຊີຍ​ການ​ປະກາດ​ບົດ​ລາຍ​ງານ​ປະ​ເມີນ​ໄພພິບັດ​ລົມ​ພາ​ຍຸຂອງ​ມຽນມາ

(GMT+08:00) 2008-07-22 10:15:33 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ21 ກໍລະກົດ​ນີ້,ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​​ສະຫະ​ປະຊາ​ຊາດ,ອາຊ​ຽນ​ແລະ​ລັດຖະບານ​ມຽນມາ​ຮ່ວມ​ກັນປະກາດບົດ​ລາຍ​ງານ​ປະ​ເມີນ​ໄພພິບັດ​ລົມພາຍຸ​ຂອງ​ມຽນມາ ​.

ທ່ານ​ບັນ​ກີ​ມູກ່າວ​ວ່າ,ບົດ​ລາຍ​ງານ​ສະ​ບັບນີ້​ໄດ້​ສະໜອງຂໍ້​ມູນລວມ​ແລະ​ເຊື່ອ​ຖືໄດ້​ຕໍ່​ຄວາມ​ຕ້ອງການ​ຊ່ອຍ​ເຫຼືອກູ້​​ໄພ​ຂອງ​ເຂດ​ປະສົບ​ໄພໃນ​ໄລຍະ​ສັ້ນ​ແລະ​ໄລຍະ​ກາງ,ນີ້​ຈະ​ເປັນ​ບ່ອນ​ອີງ​ໃຫ້​ອົງການ​ມະນຸດສະທຳ​ຊ່ອຍ​ເຫຼືອເຂດ​ປະສົບ​ໄພ​​​ໄດ້ດີກ​ວ່າ​ເກົ່າ.

ການ​ປະ​ເມີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ລົມພາຍຸ​​ແຖບ​ຮ້ອນ"ນາ​ກີ​ສ"ທີ່​ພັດທະ​ທະຫ​ຫຼົ່ມມຽນມາ​ໃນ​ຕົ້ນ​ເດືອນ​ພຶດສະພາ​ປີ​ນີ້​ໄດ້​ເຮັດ​ໃຫ້8ໝື່ນ​ກວ່າ​ຄົນ​ເສຍ​ຊີວິດ,5​ໝື່ນ​ກວ່າ​ຄົນ​ຫາຍ​ສາບ​ສູນ,ການ​ເສຍ​ຫາຍ​ທາງ​ເສດຖະກິດ​ຫຼາຍ​ກວ່າ4ຕື້​ໂດ​ລາ,ກວມ21%ຂອງGDP​ຂອງ​ມຽນມາ.ບົດ​ລາຍ​ງານ​ຄາດ​ຄະ​ເນ​ວ່າ,ການ​ສ້າງສາ​ຄືນ​ໃໝ່​ຂອງ​ເຂດປະສົບ​ໄພ​ ​ໃນ3ປີ​ຂ້າງ​ໜ້າ​ນີ້ຕ້ອງການ1ຕື້​ໂດ​ລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>