ທ່ານ​ຊີ​ຈີ້​ນພິງ​ກ່າວ​ເນັ້ນ​ວ່າ ຕ້ອງ​ເຮັດ​ວຽກ​ຮັກສາ​ຄວາມ​ປອດ​ໄພ,ການ​ບໍລິການ​ສື່​ມວນ​ຊົນ​ແລະ​ຕ້ານ​ສານ​ກະ​ຕຸ້ນເປັນ​ຢ່າງ​ດີ

(GMT+08:00) 2008-07-22 11:34:36 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ21 ກໍລະກົດ​ນີ້,ທ່ານ​ຊີ​ຈີ້​ນພິງ ຮອງ​ປະ​ທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ,ຕ້ອງ​ເຮັດວຽກ​ຮັກສາ​ຄວາມ​ປອດ​ໄພ,ບໍລິການ​ສື່​ມວນ​ຊົນ​ແລະ​ຕ້ານ​ສານ​ກະ​ຕຸ້ນ​ໃຫ້ດີ.

ຕອນ​ບ່າຍ​ວັນ​ທີ21 ກໍລະກົດ,ທ່ານ​ຊີ​ຈີ້​ນພິງ​ໄດ້​ໄປ​ສຳ​ຫຼວດສະຖານ​ທີ່​​ແລະ​ສິ່ງ​ກໍ່ສ້າງ​ບໍລິການ​ງານ​ກິລາ​ໂອ​ລິ​ມປິກຄື​ສູນ​ບັນຊາ​ການ​ຮັກສາ​ຄວາມ​ປອດ​ໄພ​​ແລະ​ອື່ນໆ.​ໃນ​ການ​ສຳ​ຫຼວດ,ທ່ານ​ຊີ​ຈີ້​ນພິງ​ກ່າວ​ເນັ້ນ​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ປອດ​ໄພ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ສີສັນ​ພິ​ເສດ​ແລະມີ​ລະດັບ​ສູງ.ຕ້ອງ​ເຮັດ​ວຽກ​ຮັກສາ​ຄວາມ​ປອດ​ໄພ​​ໃຫ້ຮອບ​ຄອບ​ແລະ​​ເໝາະ​ສົມກວ່າ​ເກົ່າ.

ທ່ານ​ຊີ​ຈີ້​ນພິງ​ຊີ້​ອອກ​ວ່າ,​ການ​ບໍລິການ​ສື່​ມວນ​ຊົນ​ໃນ​ລະດັບ​ສູງ​​ໃນ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ຄຳ​ໝັ້ນ​ສັນຍາ​ອັນ​ໜັກ​ແໜ້ນ​ຂອງ​ຈີນ​ຕໍ່​ປະຊາ​ຄົມ​ໂລກ,ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຈຸດພິ​ເສດ​ທີ່​ມີ​ລະດັບ​ວິຊາແລະ​ໄດ້​ມາດຕະຖານ​ສາກົນ​ໃນ​ວຽກ​ງານບໍລິການ​ສື່​ມວນ​ຊົນ​ໃນ​ງານ​ກິລາ​ໂອ​ລິ​ມປິກ,​ເຮັດ​ວຽກ​ບໍລິການ​ສື່​ມວນ​ຊົນ​ໃຫ້ດີກ​ວ່າ​ເກົ່າ.

ໃນ​ຂະນະ​ດຽວ​ກັນ,ທ່ານ​ຊີ​ຈີ້​ນພິງ​ກ່າວ​ເນັ້ນ​ວ່າ,ຕ້ອງ​ອີງ​ຕາມລະບຽບແລະ​ມາດຕະຖານ​ສາກົນ​ທີ່ກ່ຽວຂ້ອງ​ຢ່າງ​ເຄັ່ງ​ຄັດ,​ບໍ່​ອະນຸ​ຍາດ​ໃຫ້​ມີ​ການ​ໃຊ້​ສານ​ກະ​ສ້ານ​ເດັດຂາດ,​ເຮັດ​ວຽກ​ກວດ​ສານ​ກະຕຸ້ນຢ່າງ​ເຄັ່ງ​ຄັດ,ສ້າງ​ສະພາບ​ແວດ​ລ້ອມ​ການ​ແຂ່ງຂັນ​ທີ່ສະ​ເໝີ​ພາບ​ແລະ​ທ່ຽງ​ທຳ​​ໃຫ້​​ແກ່ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>