ຈີນ​ພັດ​ທະ​ນາ​ພາ​ລະ​ກິດ​ການ​ກິ​ລາ​ຊົນ​ນະ​ບົດ​ດ້ວຍ​ຫຼາຍ​ຮູບ​ການ

(GMT+08:00) 2008-07-22 15:00:25 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ​ໃນ 3 ປີ​ມາ​ນີ້, ລັດຖະບານ​ສູ​ນກາງ​ແລະ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຈີນ​ໄດ້​ລົງທຶນ 2 ຕື້ 600 ລ້ານ​ຢວນ​ເພື່ອ​​ສ້າງສິ່ງ​ກໍ່ສ້າງ​ກິລາ​ຢູ່​ຊົນນະບົດ, ພັດທະນາ​ພາລະກິດການ​ກິລາ​ຊົນນະບົດ.

ວັນ​ທີ 22 ກໍລະກົດ​ນີ້, ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດຂຶ້ນ​ຢູ່​ສູນ​ຂ່າວ​ສາກົນ​ປັກ​ກິ່ງຫຼືBIMC​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ປີ 2005, ລັດຖະບານ​ຈີນ​​ເລີ່​ມປະຕິບັດ"​ໂຄງການກິລາ​ຊາວ​ກະສິກອນ, ກຽມຈະ​ລົງທຶນ​ກ້ອນ​ໃຫຍ່​ພາຍ​ໃນ 5 ປີ, ​ເຮັດ​ໃຫ້​ບານ​ບໍລິຫານ 16% ຂຶ້ນ​ໄປ​ຂອງ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ມີ​ເດີ່ນກິລາ​ສາທາລະນະ​ແລະ​ສິ່ງ​ກໍ່ສ້າງ​ກິລາ​ຕ່າງໆ. ພ້ອມ​ກັນນັ້ນ, ຈີນ​ຍັງ​ຕັ້ງໜ້າ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກິລາ​ຊົນນະບົດ​ທີ່​ຖື​ຕາ​ແສງ​ເປັນ​ຈຸດ​ໜັກ, ​ເຮັດ​ໃຫ້​ຊີວິດ​ວັດທະນະທຳ​ຂອງ​ຊາວ​ກະສິກຳ​​ສົມບູນ​ຂຶ້ນ, ຊຸກ​ຍູ້​ພາລະກິດ​ການກິລາ​ຊົນນະບົດ​ໃຫ້​ພັດທະນາ.

ຈີນ​ມີ​ຊາວ​ກະສິກອນ 800 ລ້ານ​ກວ່າ​ຄົນ. ​ເມື່ອ​ທຽບ​ກັບ​ຕົວ​ເມືອງ​ແລ້ວ, ສິ່ງ​ກໍ່ສ້າງ​​ກິລາ​ຊົນນະບົດ​ຂາດ​ເຂີນ, ພາລະກິດ​ການ​ກິລາຫຼ້າຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>