ທ່ານ​ບານ​ກີ​ມູນ​ຍ້ອງ​ຍໍ​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ສະ​ຫງ່າ​ງາມ

(GMT+08:00) 2008-07-22 18:20:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 21 ກໍລະກົດ​ນີ້, ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ທ່ານ​ບານ​ກີ​ມູນ​ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ສະໜາມ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ສະໜາມ​ກິລາ​ທີ່​ສະຫງ່າ​ງາມ​ກວ່າໝູ່​ທີ່​ທ່ານ​ເຄີຍ​ເຫັນ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ​ໃນ​​ເວລາ​ເຂົ້າຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງສິລະ​ປະ​ນັກ​ແຕ້ມຮູບ​ຈີນ​ຢູ່​ສຳນັກ​ງານ​ໃຫຍ່​ສະ​ຫະປະຊາ​ຊາດ​ທີ່​ນິວຢອກ, ທ່ານ​ບານ​ກີ​ມູນ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ທ່ານ​ໄດ້​ໄປ​ຊົມ​ສະໜາມ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​ໄລຍະ​ຢ້ຽມຢາມ​ຈີນ. ວຽກ​ງານ​ກະກຽມ​ຢ່າງເຕັມ​ສ່ວນ​ທີ່​ຈີນ​ດຳ​ເນີນ​ເພື່ອ​ງານ​ກິລາ​ໂອ​ລິມປິກ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈອັນ​ເລິກ​ເຊິ່ງທີ່​ສຸດໃຫ້​ແກ່​ທ່ານ. ທ່ານ​ກ່າວ​ວ່າ, ​ເຖິງ​ວ່າ​ແຂວງ​ເສ​ສວນ​ຈີນ​ໄດ້​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ກໍ່ຕາມ, ​ແຕ່​ປະຊາຊົນ​ຈີນ​ຍັງ​ໄດ້​ດຳ​ເນີນ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ, ທ່ານ​​ເຄົາລົບ​ນັບຖື​ກຳລັງ​ອັນຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>