ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​3​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

(GMT+08:00) 2008-07-23 09:48:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ, ກອງ​ປະຊຸມລັດຖະມົນຕີ​ຕ່າງ​ປະ​ເທດຂອງ​ອາ​ຊຽນກັບ​ຈີນ ຍີ່​ປຸ່ນ ສ​.ເກົາຫຼຫຼື​ອາ​ຊຽນ+3​ແລະ​ການ​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ22​ກໍລະກົດ​ນີ້ເປັນ​ເວລາ​ມື້ໜຶ່ງ.

ຕາມ​ຖະ​ແຫຼ​ງການ ​ທີ່​ສອງ​ກອງ​ປະຊຸມ​ດັ່ງກ່າວ​ເປີດ​ເຜີຍ​ໃນ​ຕອນ​ເດິກ​ວັນ​ທີ22​ກໍລະກົດ​ນີ້,ຜູ່​ທີ່​ຮ່ວມ​ປະຊຸມ​ໄດ້​ຮັບ​ຟັງ​ສະພາບ​ກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ຢູ່​ຊາຍ​ແດນ​ກຳປູ​ເຈຍ​ແລະ​ໄທ,ຮຽກຮ້ອງ​ໃຫ້​ສອງ​ປະ​ເທດ​ນີ້​​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດັ່ງກ່າວດ້ວຍ​ສັນຕິ​ວິທີ​ແລະ​ຄວາມ​ອົດ​ກັ້ນ​ຫຼາຍ​ທີ່​ສຸດ.ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ການ​ທ້າ​ທາຍ​ອັນ​ໜັກໜ່ວງ​ຍ້ອນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຫານ​ແພງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ກ່າວ​ວ່າ,ຜູ່​ທີ່​ຮ່ວມປະຊຸມ​ກ່າວ​ຢ້ຳວ່າ​ຈະ​ສະໜັບສະໜູນ​ການ​ເຈລະຈາ​6ຝ່າຍ​ທີ່​ມີ​ຈຸດປະສົງ​ເພື່ອ​ໃຫ້​ແຫຼມ​ເກົາຫຼີປອດ​ນີວ​ເຄຼຍ. ຜູ່​ຮ່ວມ​ປະຊຸມ​​ໄດ້ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຈີນ​ທີ່​ເກີດແຜ່ນດິນ​ໄຫວ​ ຢູ່​ເມືອງ​ເວີ້​ນຊ່ວນເຮັດ​ໃຫ້​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ,​ແລະ​ອວຍພອນ​ຢ່າງ​ຈິງ​ໃຈ​ໃຫ້​ຈີນ​ຈົ່ງ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ2008​ຢ່າງ​ສຳ​ເລັດ​ຜົນ.

ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ຮ່ວມ​​ໃນ​ຂອບ​ເຂດ10+3.ຈີນ​ຈະ​ຍຶດໝັ້ນ​ທິດ​ທາງ​ທີ່ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ​ແລະ​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່​ເພື່ອນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ,ນອກ​ນີ້,ທ່ານ​ຢ່າງ​ເຈ​ສື​ຍັງ​ໄດ້​ບັນ​ລະ​ຍາຍ​ນະ​ໂຍບາຍ​ຂອງ​ລັດຖະບານ​ຈີນ​ກ່ຽວ​ກັບ​ຄວາມປອດ​ໄພ​ດ້ານ​ພະລັງງານ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ບັນຫາ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>