ກຳ​ປູ​ເຈຍ​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ແລະ​ອາ​ຊຽນ​ຊ່ວຍ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ຊາຍ​ແດນ​ກຳ​ປູ​ເຈຍ​ແລະ​ໄທ

(GMT+08:00) 2008-07-23 09:57:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ22​ກໍລະກົດ​ນີ້,ຢູ່​ນະຄອນຫຼວງ​ພະນົມ​ເປັນ,ທ່ານ​ຮໍ​ນາມ​ຮົງ ຮອງ​ນາຍົກລັດຖະມົນຕີ,​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທ​ດກຳປູ​ເຈຍ​ກ່າວ​ວ່າ,ລັດຖະບານ​ກຳປູ​ເຈຍ​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ແລ້ວ,ຮຽກຮ້ອງ​ໃຫ້​ໄຂ​ກອງ​ປະຊຸມ​​ດ່ວນ​ເພື່ອ​ປຶກສາ​ຫາລື​ແກ້​ໄຂ​ຄວາ​ມຂັດ​ແຍ່ງ​ກັນ​ຢູ່​ຊາຍ​ແດນ​ກຳປູ​ເຈຍ​ແລະ​ໄທ.

ຕອນ​ເຊົ້າ​ວັນ​ທີ22​ກໍລະກົດ​ນີ້,ທ່ານ​ຮໍນາມ​ຮົງ​ໄດ້​ພົບ​ປະ​ກັບ​ເອກ​ອັກຄະ​ລັດ​ຖະທູດຂອງ5ປະ​ເທດສະມາຊິກ​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາຊົນປະຈຳ​ກຳປູ​ເຈຍ,​ແລະ​ແຈ້ງ​ສະພາບ​ລະອຽດ​ກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ກຳປູ​ເຈຍ​ກັບ​​ໄທ​ໃຫ້​ພວກ​ທ່ານ​ຊາບ.

ນອກ​ນີ້,ວັນ​ທີ22​ກໍລະກົດ​ນີ້,ລັດຖະບານ​ກຳປູ​ເຈຍ​ຢືນຢັນ​ວ່າ,ວັນ​ທີ21​ກໍລະກົດນີ້,ທ່ານ​ຮໍ​ນາມ​ຮົງ​ໄດ້​ຂຽນ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ຈອດ​ຈ໌ ຢຽວ​ຢົງ​ບູນ ລັດ​ຖະ​ມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ ປະ​ເທດ​ປະ​ທານ​ໝູນວຽນ​ຂອງ​ອາ​ຊຽນ,ຮຽກຮ້ອງ​ໃຫ້​ສິງກະ​ໂປ​ໃນ​ນາມ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ,​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ ຕ່າງປະ​ເທດ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊຽນດ່ວນ​ເຊັ່ນ​ສິງກະ​ໂປ ອິນ​ໂດ​ເນ​ເຊຍ,ຫວຽດ​ນາມ​ແລະ​ລາວ​ເພື່ອ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​ຢູ່​ເຂດ​ຊາຍ​ແດນ​ກຳປູ​ເຈຍ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>