ທ່ານ​ຢາງ​ເຈ​ສື​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດ​ອາ​ຊີ​ຈຳ​ນວນ​ໜຶ່ງ

(GMT+08:00) 2008-07-23 10:06:28 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ22​ກໍລະກົດ​ນີ້,ຢູ່​ສິງກະ​ໂປ,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຈີນ​ໄດ້​ພົບ​ປະ​ກັບ​ລັດຖະມົນຕີ​ຂອງ​ປະ​ເທດ​ອາ​ຊີ​ຈຳນວນ​ໜຶ່ງ.

ໃນ​ເວລາ​ພົບ​ປະ​ກັບທ່ານ​ສະຫັດ ບຸນ​ດິດກຸນ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂອງ​ໄທ,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ຫວັງ​ໃຫ້​ກຳປູ​ເຈຍ​ແລະ​ໄທ​ຮັກສາ​ຄວາມ​​ໃຈ​ເຢັນ​ແລະ​ອົດ​ກັ້ນ,​ແກ້​ໄຂ​ຄວາມ​ຂັດ​ແຍ່ງກັນ​ຢ່າງ​ເໝາະ​ສົມ.ທ່ານ​ສະຫັດ​ກ່າວ​ວ່າ​,​ໄທ​ຍິນ​ດີ​ຮ່ວມ​ກັບ​ກຳປູ​ເຈຍ​ປຶກສາ​ຫາ​ລື​ກັນ​ຢ່າງ​ມີ​ມິດຕະພາບ​,ຊອກ​ຫາ​ວິທີ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຮັດ​ຊັນ ວິຣາຢູດາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ຕໍ່​ການ​ພົ​ວພັນ​ສອງ​ຝ່າຍ,ຫວັງ​ໃຫ້​ສອງ​ຝ່າຍ​​ເຊັນ​ແຜນການ​ປະຕິບັດ​ງານ​ການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໂດຍ​ໄວ.ຈີນ​ສະໜັບສະໜູນ​ອິນ​ໂດ​ເນ​ເຊຍ​ທຳ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ແກ້​ໄຂ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.ທ່ານ​ຮັດ​ຊັນ​ກ່າວ​ວ່າ,ອິນ​ໂດ​ເນ​ເຊຍ​ຍິນ​ດີ​ເພີ່ມ​ທະວີ​ການ​ເຈລະຈາ​ແລະ​ຮ່ວມ​ມື​ກັບ​ຈີນ,​ແລະ​ຫວັງ​ຢາກ​ຮ່ວມ​ມືກັບ​ຈີນ​ແກ້​ໄຂບັນຫາ​ຄວາມ​ປອດ​ໄພ​ດ້ານ​ອາຫານ.

ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ອູ​ນຽນ​ວິນ ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ,​ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ມຽນມາ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ໃນການ​ກູ້​ໄພ,​ແລະ​ຍິນ​ດີ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ສ້າງສາ​ເຂດ​ປະ​ສົບ​ໄພ​ມຽນມາຄືນ​ໃໝ່.ທ່ານ​ອູ​ນຽນ​ວິນ​ກ່າວ​ວ່າ,ມຽນມາ​ພວມ​ສຸມ​ໃສ່​ການ​ຟື້ນ​ຟູ​ເຂດ​ປະສົບ​ໄພ,ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ​ເຊິ່ງລວມທັງ​ຈີນ.

ວັນ​ທີ22​ກໍລະກົດ​ນີ້,ທ່ານ​ຢາ​ງ​ເຈ​ສື​ຍັງ​ໄດ້​ພົບ​ປະ​ກັບ​ທ່ານຟາ​ມກຽວ​​ກຽມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ,ທ່ານ​ໂຄ​ມູຣາ ມາ​ຊາ​ຮິ​ໂກະ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ​ແລະ​ທ່ານ​ຈອດ​ຈ໌ ຢຽວ​ຢົງ​ບູນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ສິງ​ກະ​ໂປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>