ອາ​ເມ​ລິ​ກາ​ຈະ​ສົ່ງ​ນັກ​ກິລາ 596 ຄົນ​ເຂົ້າ​ຮ່ວມ​​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-07-24 17:46:15 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຈີນ: ວັນ​ທີ 23 ກໍ​ລະ​ກົດ​ນີ້ ຄະນະ​ກຳມະການ​​ໂອ​ລິ​ມປິກ​ອາ​ເມ​ລິ​ກາ​ເຜີຍ​ວ່າ, ອາ​ເມ​ລິ​ກາ​ຈະ​ສົ່ງ​ນັກ​ກິລາ 596 ຄົນ​​ເຂົ້າຮ່ວມ​ການ​ແຂ່ງຂັນ​ຂອງ 30 ລາຍການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ທ່ານ​ຈັອດຈ໊ w ບຸ​ສ ອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ເປັນ​ຫົວຫນ້າ​ກິ​ຕິ​ມະ​ສັກ​ຂອງ​ຄະນະ​ນັກ​ກິລາ​ອາ​ເມ​ລິ​ກາ.ທ່ານ​ຈາ​ເລ​ສລີ ຫົວຫນ້າ​ພິພາກສາ​ສານ​ອຸທອນ​ຂອງ​ສານ​ສູງ​ສຸດ​ລົສ​ແອນ​ເຈີ​ລິ​ສ​ເປັນ​ຫົວຫນ້າ​ຄະນະ.ທ່ານຈາ​ເລ​ສ​ລີ​ກ່າວ​ວ່າ, ນັກ​ກິລາ​ໄດ້​ພະຍາຍາມ​ສຸດ​ຂີດ​ເພື່ອ​ໃຫ້​ໄດ້​ເປັນ​ຕົວ​ແທນເຂົ້າ ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເພາະ​ການສາມາດ​ເຂົ້າຮ່ວມ​ງານ​ມະຫະກຳ​ທີ່​ເປັນ​ປະຫວັດ​ການ​ເທື່ອ​ນີ້​ແມ່ນ​ກຽດ​ສັກ​ສີ​ອັນ​ຍິ່ງ​ໃຫຍ່​ຂອງ​ນັກ​ກິລາ ແຕ່ລະຄົນ.

ກອງ​ສຳ​ຫລວດ​ລ່ວງ​ຫນ້າຂອງ​ຄະນະ​​ນັກ​ກິລາ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ໄປ​ຮອດ​ປັກ​ກິ່ງ​ເພື່ອ​ກະກຽມ​ວຽກ​ງານ​ຕ່າງໆ​ແລ້ວ, ສ່ວນ​ສະມາຊິກ​ອື່ນໆ​ຈະ​​ໄປ​ຮອດ​ປັກ​ກິ່ງ​​ໃນ​ອີກ​ບໍ່​ດົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>