ບ້ານໂອລິມປິກປັກກິ່ງກຽມເປີດແລ້ວ
-----------------------------------------------------------------------------------------------------------------
ຕາມຂ່າວ cri:ວັນທີ 25 ກໍລະກົດນີ້, ຢູ່ປັກກິ່ງ, ນາງເຕິ້ງຢາຜິງ ໂຄສົກບ້ານໂອລິມປິກກ່າວວ່າ, ບ້າໂອລິມປິກຈະເປີດໃນວັນທີ 27 ເດືອນນີ້ຢ່າງເປັນທາງການ, ປັດຈຸບັນ ບ້ານໂອລິມປິກໄດ້ກຽມພ້ອມແລ້ວ.
ບ້ານໂອລິມປິກແມ່ນບ້ານພັກຂອງນັກກິລາແລະເຈົ້າຫນ້າທີ່ຕ່າງໆທີ່ເຂົ້າຮ່ວມງານກິລາໂອລິມປິກ.ນາງເຕິ້ງຢາຜິງກ່າວວ່າ, ຢູ່ໃນບ້ານໂອລິມປິກປັກກິ່ງນອກຈາກມີທະນາຄານ ຮ້ານຄ້າແລ້ວ, ຍັງມີຮ້ານອິນເຕີເນັດແລະສູນຂາຍເຄື່ອງຫັດຖະກຳ. ດ້ານຄວາມປອດໄພຂອງອາຫານ, ບ້ານໂອລິມປິກຈະຕິດຕາມກວດກາເປັນປົກກະຕິເພື່ອຮັບປະກັນຄວາມປອດໄພດ້ານອາຫານຂອງນັກກິລາແລະເຈົ້າຫນ້າທີ່.ນອກນີ້, ສູນບໍລິການສາສະຫນາຂອງບ້ານໂອລິມປິກຈະຈັດສະຖານທີ່ນົບໄຫວ້ສວດມົນຂອງສາສະຫນາຄຼິສຕຽນ ສາສະຫນາພຸດ ສາສະຫນາອິສລາມ ສາສະຫນາຢິວແລະສາສະຫນາຮິນດູ,ຍັງຈະຈັດສິ່ງກໍ່ສ້າງທີ່ກ່ຽວຂ້ອງເພື່ອບໍລິການໃຫ້ຄົນທີ່ນັບຖືສາສະຫນາອື່ນໆ, ໃຫ້ຜູ່ເຊື່ອຖືສາສະຫນາຕ່າງກັນສາມາດຢູ່ຮ່ວມກັນຢ່າງກົມກຽວກັນ.