ມາດຕະການຊົ່ວຄາວຂອງປັກກິ່ງເຮັດໃຫ້ຄຸນນະພາບທາງອາກາດດີຂຶ້ນຕື່ມ
(GMT+08:00) 2008-07-26 19:21:00 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ວັນທີ26ກໍລະກົດນີ້ ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ ທ່ານຕູ້ຊ້າວຈົ່ງ ຮອງຫົວໜ້າພະແນກອະນຸລັກສິ່ງແວດລ້ອມນະຄອນປັກກິ່ງກ່າວວ່າ,ນັບແຕ່ເຂົ້າເດືອນກໍລະກົດເປັນຕົ້ນມາ,ການເຊື່ອມພິດອາກາດຂອງນະຄອນປັກກິ່ງ ສະເລ່ຍແລ້ວໄດ້ຫຼຸດລົງກວ່າເວລາດຽວກັນຂອງປີກາຍ 20%,ຄວາມໄວການເພີ່ມມົນລະພິດໃນດິນຟ້າອາກາດກໍຊ້າລົງຢ່າງເດັ່ນຊັດ. ມາດຕະການຫຼຸດການລະບາຍອາຍພິດເຮືອນແກ້ວຊົ່ວຄາວຂອງນະຄອນປັກກິ່ງເພື່ອຮັບປະກັນຄຸນນະພາບທາງອາກາດໃນໄລຍະງານກິລາໂອລິມປິກນັ້ນໄດ້ເກີດມີປະສິດທິພາບທີ່ອ່າວເດັ່ນຊັດແລ້ວ.
ນັບແຕ່ວັນທີ1ກໍລະກົດນີ້ເປັນຕົ້ນໄປ,ປັກກິ່ງເລີ່ມໃຊ້ມາດຕະການຕ່າງໆເຊັ່ນ ຈຳກັດລົດໃຫຍ່ອອກແລ່ນຊົ່ວຄາວ ຢຸດຕິການກໍ່ສ້າງຂອງໂຄງການທີ່ມີຂີ້ຝຸ່ນຫຼາຍ ແລະວິສາຫະກິດທີ່ມີມົນລະພິດຫຼາຍເພີ່ມທະວີການຫຼຸດການລະບາຍອາຍພິດເຮືອນແກ້ວເປັນຕົ້ນ. ມາດຕະຫານເຫຼົ່ານີ້ພ້ອມກັບມາດຕະການດັດແປງຄຸ້ມຄອງກວມລວວມທີ່ໃຊ້ໃນເມື່ອກ່ອນ ຈະເສີມຂະຫຍາຍບົດບາດ,ຮັບປະກັນອາກາດຂອງປັກກິ່ງມີຄຸນນະພາບດີໃນໄລຍະງານກິລາໂອລິມປິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ