ເມືອງ​ເປ​ນາງມາ​ເລ​ເຊຍ​ສະ​ຫຼອງ​ຖືກ​ຈັດ​ເປັນ​ເມືອງມໍ​ລະ​ດົກ​ວັດທະ​ນະ​ທຳ​ໂລກ

(GMT+08:00) 2008-07-26 19:33:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊີ​ນ​ຮວາ:ວັນ​ທີ 25 ກໍລະ​ກົດ​ນີ້,ອົງການ​ປົກຄອງ​ລັດ​ເປ​ນາງປູ​ຫຼາວ​ແລະ​ອົງການ​ປົກຄອງ​​ເມືອງ​ເປ​ນາງ​ຂອງ​ມາ​ເລ​ເຊຍ​ໄດ້​ເລີ່ມ​ຈັດການ​ເຄື່ອນ​ໄຫວ​ຕ່າງໆຢູ່​ເມືອງເປ​ນາງ(ຫຼື​ເມືອງຈອັດ) ​ເທດສະບາ​ນລັດ​ເປ​ນາງ​ປູ​ຫຼາວ,​ເພື່ອ​ສະ​ເຫຼີ​ມສະຫຼອງ​​ເມືອງ​ດັ່ງ​ກ່າວ​ຖືກ​ອົງການຢູ​ເນສ​ໂກສະ​ຫະປະຊາ​ຊາດ​ຈັດ​ເປັນ​ເມືອງ​ມໍລະດົກ​ວັດທະນະທຳ​ໂລກ.

ເຂດອະນຸລັກ​ມໍລະດົກ​ວັດທະນະທຳ​ໂລກ​ເມືອງເປ​ນາງ​ຕັ້ງຢູ່​ເມືອງ​ເກົ່າ​ທີ່​ພາກ​ຕາ​​ເວັນ​ອອກສຽງ​ເໜືອ​ຂອງ​ເມືອງເປ​ນາງ,ມີ​ທະ​ເລອ້ອມ​ສາມ​ດ້ານ,​ເຂດ​ໃຈກາງ​ມີ​​ເນື້ອ​ທີ່​ປະມານ 109 ​ເຮັກຕາ,​ໃນ​ເຂດ​ດັ່ງກ່າວ,ມີ​ຮ້ານຄ້າ ​ເຮືອນຢູ່​ປະຊາຊົນ ສິ່ງ​ກໍ່ສ້າງ​ບູຮານຫຼາຍ​ພັນ​ແຫ່ງ​ແລະ​ຖະໜົນ​ຫົນທາງ​ຕ່າງໆ,ນອກ​ນີ້,ຍັງ​ລວມທັງ​ເຂດ​ແຄມ​ທະ​ເລ​ຈຳນວນ​ໜຶ່ງ​ທີ່ຢູ່​​​ໃກ້.

ວັນ​ທີ 7 ກໍລະກົດ​ນີ້,ອົງການ​ຢູ​ເນສ​ໂກໄດ້​ຈັດ​​ເມືອງມາ​ລັກ​ກາ​ແລະ​ເມືອງເປ​ນາງ​ຂອງ​ມາ​ເລ​ເຊຍ​ເປັນ​ເມືອງ​ມໍລະດົກ​ໂລກ.​ເມືອງມາ​ລັກ​ກາ​ຈະ​ຈັດການ​ເຄື່ອນ​ໄຫວ​ສະຫຼອງ​ທີ່​ກ່ຽວຂ້ອງ​ໃນ​ເດືອນ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>