ເຈົ້າ​ໜ້າ​ທີ່​ປັກ​ກິ່ງ​ກ່າວ​ວ່າ, ລະບົບ​ທະນາຄານປັກ​ກິ່ງ​ໄດ້​ກຽມພ້ອມ​ແລ້ວ​ເພື່ອ​ບໍລິການ​ງານ​ໂອ​ລິ​ມປິກ

(GMT+08:00) 2008-07-26 19:57:10 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ວັນ​ທີ 26 ກໍລະກົດ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ໂຮ້ສວຍ​ເຫວີ​ງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ການ​ປະຕິ​ຮູບນະຄອນຫຼວງ​ປັກ​ກິ່ງ​ກ່າວ​ວ່າ, ລະບົບ​ທະນາຄານປັກ​ກິ່ງ​ໄດ້​ກຽມພ້ອມ​ແລ້ວ​ເພື່ອ​ບໍລິການ​ຂອງ​ງານ​ໂອ​ລິ​ມປິກຢ່າງ​ເຕັມທີ່.

ທ່ານ​ໂຮ້ສວຍ​ເຫວີ​ງກ່າວ​ວ່າ, ສະພາບ​ແວດ​ລ້ອມ​ໃຊ້​ບັດ​ສິນ​ເຊື່​ອຂອງ​ປັກ​ກິ່ງ​ໄດ້​ບັນລຸ​ລະດັບ​ຂອງປະ​ເທດ​ທີ່​ພັດທະນາ​ແລ້ວ​ໃນ​ຂັ້ນ​ພື້ນຖານ. ຮອດ​ປະຈຸ​ບັນ, ​ຢູ່​ເຂດອ້ອມ​ສຳຄັນ​ຂອງ​ສະໜາມໂອ​ລິ​ມປິກ​ປັກ​ກິ່ງ, ທະນາຄານ​ທີ່​ສາມາດ​ບໍລິການ​ ​ບັດ​ທະນາຄານ​ເງິນຕາ​ຕ່າງປະ​ເທດ​ແລະ​ໃບ​ເຊັກ​ມີ 1887 ​ແຫ່ງ, ທະນາຄານ​ເຫຼົ່າ​ນີ້​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຄົນ​​ຈີນ​ແລະ​ຕ່າງປະ​ເທດ​ໃນ​ຂັ້ນ​ພື້ນຖານ. ນອກ​ນີ້, ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ, ທະນາຄານ​ ​ແລະ​ບໍລິສັດ​ປະກັນ​ໄພ​​ຕ່າງໆຂອງ​ປັກ​ກິ່ງຈະ​​ແກ່ຍາວເວລາບໍລິການ, ​ເພື່ອ​ຮັບປະກັນ​ໃຫ້ການ​ບໍລິການ​ມີຄວາມ​ປອດ​ໄພ​ແລະ​ສະດວກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>