ທ່ານ​ໂລ​ແກ​ກ່າວ​ຢ້ຳຄັດຄ້ານ​ການ​ຫັນ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ການ​ເມືອງ

(GMT+08:00) 2008-07-27 16:25:17 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ທ່ານ​​ແຈັກ​ກິວ ​ໂລ​ແກ ປະທານ​ຄະນະ​ກຳມະການ​ໂອລິ​ມປິກ​ສາກົນກ່າວ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ,ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານມະຫະກຳ​ທີ່​ປະ​ເສີດ​ແລະ​ເຄັ່ງຂຶມ,ທ່ານ​ບໍ່​ຫວັງ​ໃຫ້​ປັດ​ໄຈ​ການ​ເມືອງ​ໃດໆ​ປົນ​ເປ​ໃນ​ຫັ້ນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ວາລະສານL'Equipeລາຍ​ສັບປະດາ ຂອງ​ຝະຣັ່ງສະບັບ​ຫຼ້າ​ສຸດ,ທ່ານ​ໂລ​​ແກ​ກ່າວ​ວ່າ,​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ,ນັກ​ກິລາທີ່​ດີ​ເດັ່ນ​ທີ່​ສຸດ​ຂອງ​ທົ່ວ​ໂລກ​ເຕົ້າ​ໂຮມ​ກັນ​ດຳ​ເນີນ​ການ​ແຂ່ງຂັນ,ສ່ວນ​ພິທີການ​ຕ່າງໆ​ຂອງ​ງານ​ໂອ​ລິ​ມປິກ​ເຊັ່ນ​ບັນ​ເລງ​ເພງ​ຊາດ,ການ​ສົ່ງ​ຕໍ່​ທວນ​ໄຟ​ສັກສິດ​ແລະ​ອື່ນໆ​,ລ້ວນ​ແຕ່​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄັ່ງ​ຂຶມ​ແລະ​ຄວາມ​ສັກ​ສິດ​ທີ່​ຫາ​ອັນ​ປຽບ​ບໍ່​​ໄດ້​ຂອງງານ​ກິລາ​ນີ້.

ທ່ານ​ໂລ​ແກ​ຍັງ​ໄດ້​ຕິຕຽນ​ບຸກຄົນ​ ​ການ​ເມືອງ​ຈຳນວນ​ໜຶ່ງທີ່​ເຈດ​ຕະນາຫັນ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ການ​ເມືອງ.ທ່ານ​ເຫັນ​ວ່າ,ສຽງ​ຮຽກຮ້ອງ​ໃຫ້​ຂວ້ຳ​ບາດ​ງານ​ໂອ​ລິ​ມປິກ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈອມ​ປອມ,ນັກ​ກິລາ​ບໍ່​ຄວນ​ເສຍ​ຄ່າ​ຕອບ​ແທນ​ເພື່ອ​ການ​ເມືອງ.ນັກ​ກິລາ​ສາມາດ​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ໃນ​ໄລ​ຍະ​ງານ​ໂອ​ລິ​ມປິກ,​ແຕ່​ທັງ​ໝົດ​ເຫຼົ່າ​ນີ້​ ຕ້ອງ​ດຳ​ເນີນ​ຢູ່​ນອກ​ບ້ານ​ໂອ​ລິ​ມປິກ​ແລະ​ຢູ່​ນອກສະໜາມ​​ແຂ່ງຂັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>