ຄຳໝັ້ນສັນຍາຂອງປັກກິ່ງທີ່ມີຕໍ່ງານໂອລິມປິກກ່ຽວກັບຄຸນນະພາບອາກາດສາ ມາດຈະບັນລຸຜົນເປັນຈິງໝົດ
-----------------------------------------------------------------------------------------------------------------
ຕາມຂ່າວCRI: ວັນທີ 27 ກໍລະກົດນີ້, ທ່ານຕູ້ຊ້າວຈົ່ງ ຮອງຫົວໜ້າພະແນກອະນຸລັກສິ່ງແວດລ້ອມປັກກິ່ງກ່າວວ່າ, ຄຳໝັ້ນສັນຍາຂອງປັກກິ່ງທີ່ມີຕໍ່ງານໂອລິມປິກກ່ຽວກັບຄຸນນະພາບອາກາດສາ ມາດຈະບັນລຸຜົນເປັນຈິງໝົດ.
ໃນເວລາຮ້ອງຂໍຈັດງານໂອລິມປິກຄັ້ງທີ 29, ປັກກິ່ງໄດ້ໃຫ້ຄຳໝັ້ນສັນຍາ 3 ຂໍ້ກ່ຽວກັບຄຸນນະພາບອາກາດຄື: ໜຶ່ງ, ຕິດຕາມກວດກາຕໍ່ຊຸນເຟີ ດີອັອກສິດ ອອກຊິກເດີກາກບອນ ດີນີໂຕຼແຊນ ເຕໂຕຼຊິກແລະຝຸ່ນລະອອງທີ່ສາດມາດເຂົ້າລະບົບຫາຍໃຈໃນທຸກມື້, ສອງ, ສຸມກຳລັງເພື່ອປັບປຸງໃຫ້ຄຸນນະພາບອາກາດໃນຕະຫຼອດປີໃຫ້ດີຂຶ້ນ, ສາມ, ໃນໄລຍະຈັດງານໂອລິມປິກ, ຕົວເລກຄາດໝາຍຂອງມົນລະພິດຕົ້ນຕໍ 4 ຢ່າງຖືກມາດຕະຖານລະດັບຊາດແລະຕົວເລກຂອງອົງການອະນາໄມໂລກ.
ນັບມາຮອດປັດຈຸບັນ, ຄຳໝັ້ນສັນຍາສອງຂໍ້ໄດ້ບັນລຸຜົນເປັນຈິງແລ້ວ, ຂໍ້ທີ 3 ຍັງຈະຮັບກວດໃນງານໂອລິມປິກ, ຄະນະກຳມະການຈັດຕັ້ງງານໂອລິມປິກປັກກິ່ງກ່າວວ່າ, ໂດຍຜ່ານການວິເຄາະ, ເຂົາເຈົ້າມີຄວາມເຊື່ອໝັ້ນບັນລຸຄຳໝັ້ນສັນຍາດັ່ງກ່າວ.