ສັບປະດາແລກປ່ຽນການສຶກສາລະຫວ່າງຈີນກັບປະເທດອາຊຽນໄດ້ໄຂຂຶ້ນຢູ່ນະຄອນກຸ້ຍຢາງ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ: ວັນທີ 26 ກໍລະກົດນີ້, ສັບປະດາແລກປ່ຽນການສຶກສາລະຫວ່າງຈີນກັບປະເທດອາຊຽນໄດ້ໄຂຂຶ້ນຢູ່ນະຄອນກຸ້ຍຢາງ. ອົງການຢູເນສໂກ ກອງເລຂາອາຊຽນ, ມະຫາວິທະຍາໄລ 33 ແຫ່ງຂອງ 7 ປະເທດອາຊຽນແລະ ມະຫາວິທະຍາໄລ 18 ແຫ່ງຂອງຈີນໄດ້ເຂົ້າຮ່ວມສັບປະດາແລກປ່ຽນການສຶກສາ.
ຕາມຂ່າວແຈ້ງວ່າ, ສັບປະດາເທື່ອນີ້ມີກິດຈະກຳຕ່າງໆຄື"ເວທີປຶກສາຫາລືອະທິການບໍດີຈີນອາຊຽນ""ກອງປະຊຸມຮ່ວມມືການສຶກສາຊັ້ນສູງຈີນອາຊຽນ""ງານວາງສະແດງການສຶກສາຈີນອາຊຽນ""ແລະ"ງານສິລະປະຊາວໜຸ່ມຈີນອາຊຽນ"ເປັນຕົ້ນ, ແລະຈະເປີດ"ແວັບໄຊຂໍ້ມູນຂ່າວສານການສຶກສາຈີນອາຊຽນ" ແລະຈະຜ່ານຮັບຮອງ"ຖະແຫຼງການກຸ້ຍຢາງ"ທີ່ມີຈຸປະສົງຍົກສູງການຮ່ວມມືດ້ານການສຶກສາລະ ຫວ່າງສອງຝ່າຍ.
ທ່ານຈ່າງຊິນເຊີ້ງ ລັດຖະມົນຕີຊ່ອຍວ່າການກະຊວງສຶກສາທິການຈີນກ່າວວ່າ, ຈີນກັບປະເທດອາຊຽນເປັນປະເທດໃກ້ຄຽງ,ຈີນໄດ້ດຳເນີນການແລກປ່ຽນຢ່າງຕັ້ງໜ້າໂດຍອີງຕາມທິດທາງໄມຕີຈິດຖານບ້ານໃກ້ເຮືອນຄຄຽງ. ໃນຖານະເປັນສັບປະດາແລກປ່ຽນການສຶກສາລະຫວ່າງຈີນກັບປະເທດອາຊຽນຄັ້ງທຳອິດ, ສັບປະດາແລກປ່ຽນການສຶກສາເທື່ອນີ້ມີຄວາມໝາຍສຳຄັນທີ່ສຸດ.