ພັກປະຊາຊົນກຳປູເຈຍກ່າວວ່າໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ
(GMT+08:00) 2008-07-28 10:15:16 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI: ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ4ຂອງລາຊະອະນາຈັກກຳປູເຈຍໄດ້ຈັດຂຶ້ນໃນວັນທີ27ກໍລະກົດນີ້.ຜົນການນັບບັດຢ່າງເປັນທາງການຍັງບໍ່ໄດ້ປະກາດ,ແຕ່ພັກປະຊາຊົນກຳປູເຈຍທີ່ກຳອຳນາດໄດ້ປະກາດວ່າໄດ້ຮັບໄຊຊະນະດ້ວຍບັດສ່ວນຫຼາຍທີ່ສຸດໃນການເລືອກຕັ້ງເທື່ອນີ້.
ໃນກອງປະຊຸມຂ່າວທີ່ຈັດຂຶ້ນຫຼັງການປ່ອນບັດການເລືອກຕັ້ງທົ່ວໄປແລ້ວ ທ່ານຂຽວ ກັນຫາຣິດ ໂຄສົກຂອງພັກປະຊາຊົນກຳປູເຈຍກ່າວວ່າ,ອີງຕາມການຄາດຄະເນຕໍ່ໜ່ວຍນັບບັດການເລືອກຕັ້ງທົ່ວໄປທີ່ພັກປະຊາຊົນຕັ້ງຢູ່ທົ່ວປະເທດ,ພັກປະຊາຊົນສາມາດໄດ້ຮັບທີ່ນັ່ງ2ສ່ວນ3ໃນ123ທີ່ນັ່ງຂອງສະພາແຫ່ງຊາດ.
ປະຈຸບັນ ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍກຳລັງນັບບັດຢູ່.ຖ້າວ່າພັກປະຊາຊົນໄດ້ຮັບໄຊຊະນະ,ທ່ານຮຸນເຊັນ ນາຍົກລັດຖະມົນຕີຄົນປະຈຸບັນຂອງກຳປູເຈຍ ຜູ່ນຳພັກປະຊາຊົນກໍ່ຈະສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີຕໍ່ໄປອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ