ລັດ​ຖະ​ບານ​ຈີນ​ຈະ​ຕັ້ງ​ປະ​ລິນ​ຍາ​ໂທ​ວິ​ຊາ​ຄຸ້ມ​ຄອງ​ບໍ​ລິ​ຫານ​ສຳ​ລັບ​ນັກ​ສຶກ​ສາ​ປະ​ເທດ​ພວມ​ພັດ​ທະ​ນາ

(GMT+08:00) 2008-07-28 11:06:51 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ເຂົ້າ​ຮ່ວມ​ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ກຸ້ຍ​ຢາງ​ຂອງ​ຈີນ​ໃນວັນ​ທີ26​ກໍລະກົດ​ນີ້,ທ່ານ​ຈ່າງ​ຊິນ​ເຊິ້ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ,​ເດືອນ​ຕຸລາ​ປີ​ນີ້,ລັດຖະບານ​ຈີນ​ຈະ​ມອບ​ໝາຍ​ໃຫ້​ມະ​ຫາ​ວິທະຍາ​ໄລ​ປັກ​ກິ່ງ​ແລະ​ມະ​ຫາ​ວິທະຍາ​ໄລ​ຊິງ​ຮວາ,ຕັ້ງ​ລາຍປະລິນຍາ​ໂທ​ວິຊາ​ຄຸ້ມ​ຄອງ​ບໍລິຫານ​ສຳລັບນັກ​ສຶກສາ​ປະ​ເທດ​ພວມ​ພັດທະນາ.

ຂ່າວ​ແຈ້ງວ່າ,ການ​ຕັ້ງ​ປະລິນຍາ​ໂທ​ວິຊາ​ຄຸ້ມ​ຄອງ​ບໍລິຫານ​ເທື່ອ​ນີ້​ຈຸດໝາຍ​ຕົ້ນຕໍ​ເພື່ອບຳລຸງ​ສ້າງ​ຜູ່​ ​ຄຸ້ມ​ຄອງ​ບໍລິຫານ​ຊັ້ນ​ສູງ​ໃຫ້​ແກ່​ລັດ​ຖະ​ບານ,​ໂຮງຮຽນ​ແລະ​ອົງການ​ອື່ນໆຂອງ​ປະ​ເທດ​ພວມ​ພັດທະນາ,​ຜູ່​ຄຸ້ມ​ຄອງ​ບໍລິຫານຊັ້ນ​ສູງ​ຂອງ​ປະ​ເທດ​ພວມ​ພັດທະນາ​ເຊິ່ງລວມທັງ​ປະ​ເທດ​ອາ​ຊຽນ​ແລະ​ອາ​ຟິຼກກາ​ລ້ວນ​ແຕ່​ສະ​ເໜີ​ຊື່​ເຂົ້າ​ຮ່ວມ​ໄດ້.ຕາມ​ແຜນການ​ເບື້ອງ​ຕົ້ນ​ຕ່າງຈະ​ຕັ້ງ​ຫ້ອງ​ຮຽນ​ຫ້ອງ​ໜຶ່ງ​ຢູ່​ມະຫາວິທະຍາ​ໄລ​ປັກ​ກິ່ງ​ແລະ​ມະຫາວິທະຍາ​ໄລ​ຊິງ​ຮວາ,​ແຕ່​ລະ​ຫ້ອງ​ຮັບ​ເອົາ20​ຫາ40​ຄົນ.ປັດຈຸບັນ​ເລີ່​ມຕົ້ນ​ການສະ​ເໜີ​ຊື່​ແລ້ວ,​ການ​ສະ​ເໜີ​ຊື່​ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ສິງຫາ.

ໂຄງການ​ດັ່ງ​ກ່າວ​ຈະ​ສະໜອງ​ທຶນ​ສຶກສາ​ທັງ​ໝົດ​ເຊິ່ງລວມທັງ​ຄ່າ​ເດີນທາງ​ສາກົນ​ໃຫ້​ນັກສຶກສາທຸກ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>