ທ່​ານອາບັສ​ເຫັນ​ດີ​ນຳ​ໃຫ້​​ເອຢິບ​ເປັນ​ປະທານ​ການ​ເຈລະ​ຈາປອງ​ດອງ​ກັນ​ພາຍ​ໃນ​ປາ​ເລັສຕີນ

(GMT+08:00) 2008-07-28 11:38:58 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ27ກໍລະກົດ​ນີ້ ຂ່າວສານ​ຕາ​ເວັນ​ອອກ​ກາງ​ເອຢິບ​ລາຍ​ງານວ່າ,ມື້​ດຽວ​ກັນ ຫຼັງ​ຈາກທ່ານ​ມາ​ຮາ​ມຸດ ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ພວມ​ຢ້ຽມຢາມ​​ເອຢິບ​ພົບ​ປະ​ກັບ​ທ່ານ​ມູຮາ​ມັດ ຮົສນີ ມູບາຣັກ ປະທານາທິບໍດີ​ເອຢິບ​ແລ້ວ ທ່ານ​ອາບັສ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ,​ເຫັນ​ດີ​ນຳ​ໃຫ້​ເອຢິບ​ເຊື້​ອ​ເຊີນ​ພັກ​ການ​ເມືອງ​ຕ່າງໆ​ຂອງ​ປາ​ເລັສຕີນ,​ເຂົ້າຮ່ວມ​ການ​ເຈລະ​ຈາເພື່ອບັນລຸຄວາມ​ປອງ​ດອງ​ຊາດ.

ສຳລັບ​ບັນຫາ​ເຈລະຈາ​ກັບ​ອົງການ​ຮາ​ມັສ,ທ່ານ​ອາບັສກ່າວ​ວ່າ​ບໍ່​ໄດ້​ຕັ້ງ​ເງື່ອນ​ໄຂ​ໄວ້,​ແລະກໍ່​ຈະ​ບໍ່​ຖືກ​ລົບ​ກວນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ.ທ່ານ​ກ່າວ​ເນັ້ນວ່າ,ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ປາ​ເລັສຕີນ​ຢູ່​ເໜືອ"​ຄວາມ​ຄຽດ​ແຄ້ນສ່ວນ​ຕົວ",​ແລະ​ຈະ"ບໍ່​ອະນຸຍາດ"​ໃຫ້ການ​ເຈລະຈາ​ປອງ​ດອງ​ຊາດ​ພາຍ​ໃນ​ປາ​ເລັສຕີນຖືກ​ລົບ​ກວນຈາກ​ອິດ​ທິກຳລັງ​ພາຍ​ນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>