ທ່ານບານກີມູນຮຽກຮ້ອງໃຫ້ທົ່ວໂລກ"ຢຸດຕິສົງຄາມໃນໄລຍະງານກິລາໂອລິມປິກ"
(GMT+08:00) 2008-07-29 10:26:58 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ເນື່ອງໃນໂອກາດງານກິລາໂອລິມປິກປັກກິ່ງຈະໄຂຂຶ້ນໃນໄວໆນີ້,ວັນທີ 28 ກໍລະກົດນີ້,ທ່ານບານກີມູນ ເລຂາທິການໃຫຍ່ສະຫະປະຊາຊາດໄດ້ອອກຖະແຫຼງການຮຽກຮ້ອງໃຫ້ທົ່ວໂລກ"ຢຸດຕິສົງຄາມໃນໄລຍະງານກິລາໂອລິມປິກ",ໃນໄລຍະນີ້,ຝ່າຍຕ່າງໆຄວນຢຸດຕິການເຄື່ອນໄຫວທີ່ເປັນປໍລະປັກກັນ.
ທ່ານບານກີມູນກ່າວວ່າ,ເຖິງວ່າການ"ຢຸດຕິສົງຄາມໃນໄລຍະງານກິລາໂອລິມປິກ"ພຽງແຕ່ຈຳກັດໃນໄລຍະງານກິລາໂອລິມປິກເທົ່ານັ້ນ,ແຕ່ມັນກໍ່ສາມາດເຮັດໃຫ້ຝ່າຍຕ່າງໆທີ່ສູ້ຮົບກັນພິຈາລະນາຄືນໃໝ່ຕໍ່ຄວາມເສຍຫາຍອັນໃຫຍ່ຫຼວງທີ່ສົງຄາມກໍ່ຂຶ້ນ,ພ້ອມກັນນັ້ນ,ກໍ່ສ້າງເງື່ອນໄຂໃຫ້ແກ່ຝ່າຍຕ່າງໆເພື່ອດຳເນີນການເຈລະຈາ,ແລະມີຜົນດີຕໍ່ການສະໜອງການຊ່ວຍເຫຼືອໃຫ້ແກ່ປະຊາຊົນໃນເຂດທີ່ເກີດການປະທະກັນ.ທ່ານກ່າວວ່າ,ການ"ຢຸດຕິສົງຄາມໃນໄລຍະງານກິລາໂອລິມປິກ"ສາມາດຢັ້ງຢືນໃຫ້ທົ່ວໂລກເຫັນວ່າ,ຂໍແຕ່ຝ່າຍຕ່າງໆທີ່ສູ້ຮົບກັນລ້ວນແຕ່ໄດ້ສະແດງຄວາມເຄົາລົບແລະປະຕິບັດເລື່ອງນີ້ແລ້ວ,ເຖິງວ່າຢູ່ຕໍ່ໜ້າການປະທະກັນທີ່ແກ້ໄຂຍາກທີ່ສຸດ,ສັນຕິພາບກໍ່ສາມາດປະກົດເປັນຈິງໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ