3 ທັດສະນະຂອງໂອລິມປິກວາດແຕ້ມຄວາມຝັນໂອລິມປິກແບບປັກກິ່ງ
(GMT+08:00) 2008-07-29 14:57:48 cri
-----------------------------------------------------------------------------------------------------------------

ຕາມຂ່າວcri: ອີກ 10 ມື້, ປັກກິ່ງກໍ່ຈະw0ງານກິລາໂອລິມປິກຕາມແຜນການແລ້ວ.ຫນັງສືພິມເຢີນມີນຢື້ປ້າວຂອງຈີນສະບັບວັນທີ 29 ກໍລະກົດນີ້ໄດ້ພິມບົດຄວາມຂຽນວ່າ,ທັດສະນະ ໂອລິມປິກສີຂຽວ ໂອລິມປິກວິທະຍາສາດເຕັກນິກແລະໂອລິມປິກວັດທະນະທຳໄດ້ວາດແຕ້ມຄວາມຝັນໂອລິມປິກແບບປັກກິ່ງອອກມາ.
ບົດຄວາມກ່າວວ່າ,ສາມທັດສະນະດັ່ງກ່າວສອດຄ່ອງກັບນ້ຳໃຈຂອງກິລາໂອລິມປິກຄື ສັນຕິພາບ ມິດຕະພາບແລະກ້າວຫນ້າ,ໄດ້ຕອບສະຫນອງສຽງຮຽກຮ້ອງແຫ່ງການພັດທະນາໃນຍຸກປະຈຸບັນ.
ບົດຄວາມກ່າວວ່າ, ໃນຂະບວນການຫັນເປັນທັນສະໄຫມຂອງຈີນ, ງານກິລາໂອລິມປິກປັກກິ່ງວາງສາມທັດສະນະດັ່ງກ່າວອອກມາໄດ້ສ້າງແບບຢ່າງສະພາບແວດລ້ອມວັດທະນະທຳທີ່ມີຄຸນນະພາບສູງໃຫ້ແກ່ການພັດທະນາສັງຄົມ,ໄດ້ສ້າງແຮງຈູງໃຈທີ່ຮອບດ້ານ ກົມກຽວກັນແລະແບບຍືນຍົງໃຫ້ແກ່ຄວາມກ້າວຫນ້າຂອງສັງຄົມ.ນີ້ກໍ່ແມ່ນມູນເຫດທີ່ວ່າເປັນຫຍັງບັນດາກຳມະການຂອງຄະນະກຳມະການໂອລິມປິກສາກົນທີ່ເລືອກເອົາປັກກິ່ງເປັນເຈົ້າພາບຈັດງານກິລາໂອລິມປິກໃນ 7 ປີກ່ອນເຊື່ອຫມັ້ນວ່າ: ການນຳເອົາງານໂອລິມປິກໄປສູ່ປະເທດທີ່ມີປະຊາກອນ 1/5 ໃນໂລກນັ້ນແມ່ນເລື່ອງຍິ່ງໃຫຍ່ເລື່ອງຫນຶ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ