ກຳປູເຈຍແລະໄທກ່າວວ່າ, ຈະແກ້ໄຂຄວາມຂັດແຍ່ງກັນຢູ່ເຂດຊາຍແດນດ້ວຍສັນຕິວິທີ, ແຕ່ຈະບໍ່ຖອນທະຫານອອກໃນທັນທີ
(GMT+08:00) 2008-07-29 15:10:58 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ວັນທີ 29 ກໍລະກົດນີ້, ເຈົ້າໜ້າທີ່ກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍກ່າວວ່າ, ການເຈລະຈາລະຫວ່າງລັດຖະມົນຕີວ່າການກະຊວງການຕ່າງປະເທດກຳປູເຈຍແລະໄທທີ່ສິ້ນສຸດລົງຢູ່ແຂວງຊຽມຣຽບໃນຕອນກາງຄືນວັນທີ 28 ກໍລະກົດນີ້ ບໍ່ໄດ້ຮັບຄວາມຄືບໜ້າຕົວຈິງກ່ຽວກັບບັນຫາໃຈກາງຂອງຄວາມຂັດແຍ່ງກັນຢູ່ຊາຍແດນລະຫວ່າງສອງປະເທດ, ແຕ່ສອງຝ່າຍກ່າວວ່າ, ຈະຊອກຫາວິທີແກ້ໄຂໂດຍສັນຕິ, ແລະຈະພິຈາລະນາຖອນທະຫານອອກຈາກເຂດຊາຍແດນ, ແຕ່ການຖອນທະຫານຈະບໍ່ປະຕິບັດໃນທັນທີ.
ເຈົ້າໜ້າທີ່ຜູ້ນີ້ກ່າວວ່າ, ສອງຝ່າຍຈະປະຕິບັດໄປແຕ່ລະບາດກ້າວ, ກ່ອນອື່ນ, ຈະສຳເລັດວຽກງານກູ້ມິນຢູ່ເຂດຊາຍແດນ, ຕໍ່ໄປ, ຈະແກ້ໄຂຄວາມຂັດແຍ່ງກັນໃນການສຳຫຼວດປັກຫຼັກໝາຍຊາຍແດນ, ສຸດທ້າຍ, ຈຶ່ງຈະຖອນທະຫານອອກຈາກເຂດຊາຍແດນທີ່ສອງຝ່າຍສົ່ງໄປໃນ 2 ອາທິດນີ້. ຄາດວ່າ, ຂັ້ນຕອນນີ້ຈະຕ້ອງການເວລາດົນສົມຄວນ.
ວັນທີ 28 ກໍລະກົດນີ້, ທ່ານຮໍນາມຮົງ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດກຳປູເຈຍກັບທ່ານເຕດ ບຸນນາກ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງໄທໄດ້ເຈລະຈາກັນເປັນເວລາ 12 ຊົ່ວໂມງ. ຫຼັງຈາການເຈລະຈາ, ສອງຝ່າຍກ່າວວ່າ, ຈະຈັດການເຈລະຈາອີກເພື່ອສືບຕໍ່ແກ້ໄຂບັນຫານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ