ການ​ປັບ​ເວລາ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຍ້ອນ​ບັນ​ຫາ​ອາ​ກາດ​ນັ້ນ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫນ້ອຍ​ທີ່​ສຸດ

(GMT+08:00) 2008-07-29 16:22:36 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 29 ກໍລະກົດ​ນີ້ ຢູ່​ປັກ​ກິ່ງ,ທ່ານ​ກິວເບີດ ​ເຟລີ ຫົວຫນ້າ​ປະຕິ​ດງານ​ໂອ​ລິ​ມປິກ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ກ່າວ​ວ່າ, ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ດີກ​ວ່າການ​ຄາດ​ຄິດ​ຂອງ​ພາຍ​ນອກ,​ທ່ານ​ເຫັນ​ວ່າ ການປັບ​ເວລາ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍ້ອນ​ບັນຫາ​ອາກາດ​ນັ້ນ​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຫນ້ອຍ​ທີ່​ສຸດ.

​ໃນ​ອາທິດ​ແລ້ວນີ້,ປັກ​ກິ່ງ​ໄດ້​ມີຫມອກ​ຫລາຍ​ມື້,ສື່​ມວນ​ຊົນ​ຕ່າງປະ​ເທດ​ຈຳນວນ​ຫນຶ່ງ​ກໍ່​ພາກັນ​ລາຍ​ງານ​ວ່າ,ປັກ​ກິ່ງ​ປະຕິບັດ​ນະ​ໂຍບາຍ​ຈຳກັດການ​​ແລ່ນ​ລົດ​ຂອງ​ລົດ​ປ້າຍ​ຄີກ​ແລະປ້າຍ​ຄູ່​ແລ້ວ,ມົນ​ລະ​ພິດ​ທາງ​ອາກາດ​ຍັງ​ຫນັກຫນ່ວງ​ຄື​ເກົ່າ.ຕໍ່​ເລື່ອງ​ນີ້,ທ່ານ​ເຟລີ​ກ່າວ​ວ່າ, ການ​ຕີ​ລາຄາ​ສະພາບ​ມົນ​ລະ​ພິດ​ບໍ່​ແມ່ນ​ຈະ​ຕັດສິນ​ພຽງ​ແຕ່​ການ​ເບິ່ງ​ດ້ວຍ​ຕາ​ເທົ່າ​ນັ້ນ,ຕ້ອງ​ອີງ​ຕາມ​ຂໍ້​ມູນ​ວິທະຍາສາດພ້ອມ.ທ່ານ​ກ່າວ​ວ່າ, ຄວາມ​ແຈ່ມ​ແຈ້ງຂອງການ​ເບິ່ງ​ຫລຸດ​ຫນ້ອຍ​ລົງ,ຄົນ​ສ່ວນ​ຫລາຍ​ກໍ່ຄິດ​ວ່າ​ຄຸນ​ນະພາ​ບອາກາດ​ບໍ່ດີ, ​ແຕ່​ພວກ​ເຮົາ​ກໍ່​ຮູ້​ແຈ້ງວ່າ​ນັ້ນບໍ່​ແມ່ນ​ມົນ​ລະ​ພິດ​ແທ້,ມັນ​ແມ່ນ​ຫມອກທີ່​ເປັນປະກົດ​ການທຳ​ມະ​ຊາດ​ທໍ່​ນັ້ນ.

ກ່ອນ​ຫນ້າ​ນີ້ ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ເຄີຍ​ກ່າວ​ວ່າ, ຖ້າວ່າ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​,ຄຸນ​ນະພາ​ບອາກາດ​ຂອງ​ປັກ​ກິ່ງ​ບໍ່​ຫນ້າ​ພໍ​ໃຈ,ກໍ່​ອາດ​ຈະ​ປັບ​ຕາຕະລາງເວລາການ​ແຂ່ງຂັນ​ຂອງ​ລາຍການ​ທີ່​ຕ້ອງ​ໃຊ້​ແຮງຫລາຍ​ຢູ່​ກາງ​ແຈ້ງຈຳນວນ​ຫນຶ່ງ​ເຊັ່ນ​ວ່າ: ການ​ແລ່ນ​ມາລະ​ທອນ.ທ່ານ​ເຟລີ​ກ່າວ​ວ່າ, ​ເບິ່ງ​ຈາກ​ສະພາບ ​ໃນ​ປັດຈຸບັນ​ແລ້ວ​ເຫັນ​ວ່າ,ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ປັບ​ເວລາ​ການ​ແຂ່ງຂັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>