ໜັງສືພິມຂອງສິງກະໂປຂຽນວ່າ, ງານໂອລິມປິກປັກກິ່ງຈະຖືກບັນທຶກເຂົ້າໃນປື້ມປະຫວັດສາດ
(GMT+08:00) 2008-07-29 17:11:11 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ: ວັນທີ 29 ກໍລະກົດນີ້, ໜັງສືພິມ"ລຽນເຫີຈາວປ້າວ"ຂອງສິງກະໂປໄດ້ພິມບົດຄວາມຂອງທ່ານຢູຊຸ້ຍ ສາສະດາຈານຂອງສູນຄົ້ນຄວ້າໂລກປັດຈຸບັນຂອງຈີນ, ເຫັນວ່າ, ງານກິລາໂອລິມປິກປັກກິ່ງຈະສົ່ງເສີມນ້ຳໃຈໂອລິມປິກ, ສະແດງໃຫ້ເຫັນເອກະລັກຂອງຈີນ, ແລະຈະຖືກບັນທຶກເຂົ້າໃນປຶ້ມປະຫວັດສາດດ້ານການກິລາຂອງມວນມະນຸດດ້ວຍຄວາມສະຫງ່າລາສີທີ່ມີເອກະລັກພິເສດຂອງຕົນ.
ບົດຄວາມຂຽນວ່າ, ອີກບໍ່ທໍ່ໃດມື້, ງານກິລາໂອລິມປິກຄັ້ງທີ 29 ທີ່ດຶງດູດສາຍຕາຊາວໂລກຈະເປີດສາກຢູ່ປັກກິ່ງດ້ວຍນ້ຳໃຈສັນຕິພາບ ມິດຕະພາບແລະຄວາມກ້າວໜ້າ. ລັດຖະບານແລະປະຊາຊົນຈີນຈະບໍ່ເຮັດໃຫ້ຊາວໂລກຜິດຫວັງ, ໄດ້ເຮັດວຽກກະກຽມມາໄດ້ 7 ປີແລ້ວດ້ວຍຄວາມພະຍາຍາມຢ່າງສຸດຂີດ, ກະກຽມດ້ວຍຄວາມມານະອົດທົນ.
ບົດຄວາມຊີ້ອອກວ່າ, ທຸກປະເທດເຈົ້າພາບຂອງງານກິລາໂອລິມປິກກໍ່ລ້ວນແຕ່ຢາກສະແດງພາບພົດຂອງຕົນຕໍ່ທົ່ວໂລກ, ຈີນແມ່ນຈັດງານກິລາໂອລິມປິກເປັນຄັ້ງທຳອິດ, ໃນຂະນະທີ່ສະແດງຄວາມກະຕືລືລົ້ນຂອງຕົນນັ້ນ, ຊາວຈີນຈະເປັນເຈົ້າພາບທີ່ດີ, ປະຕິບັດໜ້າທີ່ຮັບຜິດຊອບທາງສາກົນ, ພະຍາຍາມສຸດຂີດເຮັດວຽກຕ່າງໆດຳເນີນໄປໂດຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ