ເຂດຕິເບດຈະໃຊ້ງົບປະມານຫຼາຍກວ່າ 5 ຕື້ 800 ລ້ານຢວນເພື່ອປະຕິບັດໂຄງການພະລັງງານທີ່ເຂົ້າແທນຟືນ
(GMT+08:00) 2008-07-30 12:04:54 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊີນຮວາ:ໃນບໍ່ເທົ່າໃດປີຂ້າງໜ້ານີ້,ເຂດຕິເບດມີແຜນຈະໃຊ້ງົບປະມານຫຼາຍກວ່າ 5 ຕື້ 800 ລ້ານຢວນ,ເພື່ອໃຊ້ພະລັງງານໃໝ່ມາເຂົ້າແທນການໃຊ້ຟືນເຊິ່ງເປັນຮູບການດຳລົງຊີວິດດັ້ງເດີມຂອງປະຊາຊົນຕິເບດ.
ຕາມສະຖິຕິທີ່ບໍ່ຄົບຖ້ວນ,ໃນຫຼາຍສິບປີມານີ້,ປະລິມານສິ້ນເປືອງຟືນຂອງເຂດຕິເບດສູງເຖິງ 30 ລ້ານກວ່າແມັດກ້ອນ;ຮູບການດຳລົງຊີວິດແບບນີ້ທຳລາຍພືດ ປ່າໄມ້ແລະທົ່ງຫຍ້າ,ໄດ້ສ້າງຜົນຮ້າຍຢ່າງໃຫຍ່ຫຼວງຕໍ່ສິ່ງແວດລ້ອມ.ສະນັ້ນ,ການປ່ຽນແປງຮູບການໃຊ້ພະລັງງານແບບດັ້ງເດີມ,ກ່ອນອື່ນໝົດ,ຕ້ອງອະນຸລັກສິ່ງແວດລ້ອມຊີວະພາບຂອງພູພຽງທີ່ອ່ອນໄຫວ,ໄປຄຽງຄູ່ກັບການເລັ່ງລັດປະຕິບັດການພັດທະນາພະລັງງານໃໝ່.
ເຂດຕິເບດຈະຜ່ານຈາກໂຄງການກໍ່ສ້າງອາຍແກັສຊີວະພາບຢູ່ຊົນນະບົດ ໂຄງການໃຊ້ໄຟຟ້າແທນຟືນ ໂຄງການນຳໃຊ້ພະລັງງານແສງຕາເວັນແລະການເຜີຍແຜ່ນຳໃຊ້ອາຍແກັສນ້ຳແລະອາຍແກັສທຳມະຊາດມາຍົກສູງອັດຕາສ່ວນນຳໃຊ້ພະລັງງານສະອາດແບບໝູນວຽນຂອງເຂດຕິເບດ,ຫຼຸດຜ່ອນການຈູດເຜົາພະລັງງານຊີວະພາບແບບດັ້ງເດີມເຊັ່ນມູນສັດ ຫຍ້າແລະຟືນຫຼວງຫຼາຍ.ຕາມແຜນການ,ພາຍຫຼັງໄດ້ປະຕິບັດໂຄງການເຫຼົ່ານີ້ແລ້ວ,ຄາດວ່າຈະໃຫ້ຜົນເບື້ອງຕົ້ນໃນ 3 ຫາ 4 ປີຂ້າງໜ້ານີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ