ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ມີ​ຄວາມ​ຫມັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-07-30 15:44:18 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ ​cri:ວັນ​ທີ 30 ກໍລະກົດ​ນີ້ ຢູ່​ປັກ​ກິ່ງ,ທ່ານຣີຈາດ ​ເຄ​ເວິນ ​ໂກສ​ເປີ ກຳມະການ​ຜູ່​ຊົງ​ຄຸນ​ວຸດ​ທິຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ ສະມາຊິກ​ຄະນະ​ກຳມະການ​ປະສານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ກ່າວ​ວ່າ,​ເມື່ອ​ກະກຽມມາ​ເປັນ​ເວລາ 7 ປີ​ແລ້ວ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃກ້​ຈະ​​ໄຂ​ຂຶ້ນ​ໃນ​ໄວໆ​ນີ້,ທ່ານ​ມີ​ຄວາມ​ຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ຕໍ່​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ.

​ໃນ​ນາມ​ເປັນ​ສະມາຊິກ​ຄະນະ​ກຳມະກາ​ນປະສານ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ທ່ານ​ໂກສ​ເປີ ​ໄດ້​ເຫັນ​ຂະ​ບວນການ​ແລະ​ຜົນງານ​ທີ່​ປັກ​ກິ່ງ​ໄດ້​ຮັບ​ໃນ​ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ໃນ 7 ປີ​ມານີ້,ທ່ານ​ຮູ້ສຶກ​ຕື່ນ​ເຕັ້​ນຫລາຍ. ທ່ານ​ກ່າວ​ວ່າ, ​ເງື່ອນ​ໄຂ​ຕ່າງໆ​ທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ໄດ້​ກຽມພ້ອມ​ແລ້ວ, ​ແລະ​ຈະ​ບັນລຸ​ຜົນ​ເປັນ​ຈິງ​ໃນ​ໄວໆ​ນີ້.

​ໃນ​ນາມ​ເປັນ​ປະທານ​ອະນຸ​ກຳມະການ​ຖະ​ແຫລ​ງຂ່າວ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ທ່ານ​ໂກສ​​ເປີກ່າວ​ວ່າ, ບັນຫາ​ຄຸນ​ນະພາ​ບອາກາດ​ແລະ​ຄວາມ​ໄວ​ຂອງ​ອິນ​ເຕີ​ແນັດ​ໄດ້​ກາຍ​ເປັນ​ຈຸດສຳຄັນທີ່​ສື່​ມວນ​ຊົນ​ພາກັນ​ລາຍ​ງານ​ໃນ​ຫລາຍ​ມື້​ມານີ້.ປັດຈຸບັນ​ພວມ​ສຳ​ຫລວດ​ຄົ້ນຄວ້າ​ບັນຫາ​ຄວາມ​ໄວ​ຂອງ​ອິນ​ເຕີ​ແນັດ.ກ່ຽວ​ກັບ​ຄຸນ​ນະພາ​ບອາກາດ, ທ່ານ​ໂກສ​ເປີ​ທັງ​ຍິ້ມ​ທັງ​ເວົ້າວ່າ, ນັບ​ມາ​ຮອດ​ປັດຈຸບັນ, ຍັງ​ບໍ່​ມີ​ກິລາ​ປະ​ເພດ​ໃດຖື​ກຜົນ ກະທົບ​ຍ້ອນ​ຄຸນ​ນະພາ​ບອາກາດ,ກ່ຽວ​ກັບ​ບັນຫານ​ນີ້,ພວກ​ເຮົາ​ຮູ້ສຶກ​ພໍ​ໃຈ​ຫລາຍ.ຖ້າວ່າ​ເກີດ​ບັນຫາ​​ໃນ​ລັກສະນະ​ນີ້​ແລ້ວ, ພວກ​ເຮົາ​ກໍ່​ອາດ​ຈະ​ປັບ​ຕາຕະລາງການ​ແຂ່ງຂັນ.ພວກ​ເຮົາ​ເຊື່ອ​ວ່າ, ​ເມື່ອ​ເລີ່​ມຈັດການ​ແຂ່ງຂັນ​​ແລ້ວ,ທຸກ​ສິ່ງ​ທຸກ​ຢ່າງ​ກໍ່​ຈະ​ດຳ​ເນີນ​ໄປ​ຢ່າງ​ເປັນ​ປົກກະຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>