ຈີນປະ​ທ້ວງຢ່າງ​ຮຸນ​ແຮງ​ຕໍ່​ສະພາ​ຕ່ຳ​ອາ​ເມ​ລິ​ກາທີ່​ຮັບຮອງຍັດຕິ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-07-31 10:31:42 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ວັນ​ທີ31ກໍລະກົດ​ນີ້ ຢູ່​ປັກ​ກິ່ງ ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນປະ​ທ້ວງຢ່າງ​ຮຸນ​ແຮງ​ຕໍ່​ເຈົ້າໜ້າ​ທີ່​ບໍລິຫານ​ແລະ​ລັດຖະ​ສະພາ​ຂອງ​ອາ​ເມ​ລິ​ກາກ່ຽວ​ກັບສະພາ​ຕ່ຳ​ອາ​ເມ​ລິ​ກາ​ຮັບຮອງ​ຍັດຕິ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທວງ​ໃຫ້​ອາ​ເມ​ລິ​ກາ​ສະກັດ​ກັ້ນການ​ກະທຳອັນ​ຊົ່ວ​ຮ້າຍ​ຂອງ​ສະມາຊິກລັດຖະ​ສະພາ​ຈຳນວນ​ໜຶ່ງທີ່​ຄັດຄ້ານ​ຈີນນັ້ນຢ່າງ​ແທ້​ຈິງ.

ຕາມ​ຂ່າວ​ແຈ້ງວ່າ,ຫວ່າງ​ມໍ່ໆ​ນີ້ ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ພິຈາລະນາ​ຮັບຮອງ​ຍັດຕິ​​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຮຽກຮ້ອງ​ໃຫ້​ລັດຖະບານ​ຈີນ​ຢຸດ​ຕິ"ການລ່ວງ​ລ້ຳ"ສິດ​ທິມະນຸດ,ຢຸດຕິການ​ສະໜັບສະໜູນ​ລັດຖະບານ​ຊູ​ດັງ​ແລະ​ມຽນມາ,​ເພື່ອ​ຮັບປະກັນ​ໃຫ້​ດຳ​ເນີນ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງພາຍ​ໃຕ້ບັນຍາກ​າດ"​ປະຕິບັດ​ຕາມ​ຄວາມ​ມູນ​ເຊື້ອ​​ໃນ​ທາງ​ອິດສະຫຼະ​ແລະ​ໄຂ​ປະຕູ​ຂອງ​ງານ​ກິລາ​ໂອ​ລິ​ມປິກ".

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ,ສະພາ​ຕ່ຳ​ອາ​ເມ​ລິ​ກາ​ບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ເດັດຂາດ​ຂອງ​ຈີນ,ຕັ້ງ​ແກ້ງ​ຮັບຮອງ​ຍັດຕິ​ສະບັບດັ່ງກ່າວ​ທີ່​ມີ​ສະມາຊິກລັດຖະສະພາ​ຈຳນວນໜ້ອຍທີ່​ມັກ​ຄັດຄ້ານ​ຈີນ​ເປັນ​ຜູ່​ຊຸກຍູ້,​ເປີດ​​ເຜີຍ​ເຈດ​ຕະນາອັນຊົ່ວ​ຮ້າຍ​ຂອງ​ເຂົາ​ເຈົ້າທີ່​ຢາກ​ຫັນ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ບັນຫາ​ການ​ເມືອງ​ເພື່ອລົບ​ກວນ​ແລະ​ທຳລາຍ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ເຕັມທີ່.ການ​ກະທຳ​ດັ່ງກ່າວ​ໄດ້ຢຽບ​ຍ່ຳ​ນ້ຳ​ໃຈ​ກິລາ​ໂອ​ລິ​ມປິກ,​ທັງຝ່າຝືນຄວາມ​ມຸ່ງ​ໝາດ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຊຶ່ງ​ລວມທັງ​ອາ​ເມ​ລິ​ກາ.

ທ່ານ​ກ່າວ​ວ່າ,ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອໜຶ່ງ​ຢ່າງ​ສຳ​ເລັດ​ຜົນ​ແມ່ນ​ຄວາມ​ຫວັງ​ຮ້ອຍ​ປີ​ຂອງ​ປະຊາຊົນ​ຈີນ,ກໍ​ແມ່ນ​ຄວາມ​ຄອງ​ຄອຍ​ຮ່ວມ​ຂອງ​ປະຊາຊົນ​ທົ່ວ​ໂລກ.ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ,​ໃຕ້​ຄວາມ​ພະຍາ​ຍາມ​ຮ່ວມ​ແລະ​ການ​ສະໜັບສະໜູນ​ຈາກ​ວົງ​ຄະນາ​ຍາດ​​ໂອ​ລິ​ມປິກ,ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຍ່ອມ​ຈະ​ສາມາດ​ຈັດ​ໃຫ້​ເປັນ​ງານ​ມະ​ໂຫລານ​ກິລາ​ໂລກທີ່​ມີ​ເອກະລັກ​ແລະ​ລະດັບ​ສູງ​ຢ່າງ​ແນ່ນອນ.ພວກ​ຂ້າພະ​ເຈົ້າຂໍ​ເຕືອນ​ໃຫ້​ອິດ​ທິກຳລັງ​ຄັດຄ້ານ​ຈີນຂອງ​ອາ​ເມ​ລິ​ກາຈຳນວນ​ໜ້ອຍຈົ່ງ​ເຫັນ​ແຈ້ງ​ສະພາບການ​ຕົວ​ຈິງ,ປ່ຽນ​ແປງ​ຄວາມ​ຄຶດ​ແລະ​ການ​ກະທຳ,​ເພື່ອ​ຫຼີກ​ເວັ້ນການທຳລາຍ​ພາບ​ພົດ​ຂອງ​ຕົນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>