ປາ​ເລັສ​ຕີນ ອິສ​ຣາ​ແອນ​​​ແລະ​ອາ​ເມ​ລິ​ກາ​ມີ​ປະຕິ​ກິລິ​ຍາ​ທີ່​ຕ່າງ​ກັນ​ຕໍ່​ການ​ຕົກລົງ​ຂອງ​ນາຍົກ​ອິສຣາ​ແອນ​ທີ່​ຈະລາ​ອອກ​ຈາກ​ຕຳ​ແໜ່​ງ

(GMT+08:00) 2008-07-31 11:53:20 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:ຕອນ​ຄ່ຳ​ວັນ​ທີ 30 ກໍລະກົດ​ນີ້,ທ່ານ​ເອຮຸດ ​ໂອ​ເມີດ ນາຍົກ​ລັດຖະ​ມົນຕີ ຜູ້ນຳ​ພັກ​ກາ​ດີ​ມາ​ຂອງ​ອິສ​ຣາ​ແອນ​ອອກ​ຖະ​ແຫຼງ​ການ,ປະ​ກາດ​ວ່າ​ຈະລາ​ອອກ​ຈາກຕຳ​​ແໜ່​ງນາຍົກ​ລັດຖະ​ມົນຕີ​ພາຍ​ຫຼັງ​ພັກ​ກາ​ດີ​ມາ​ໄດ້​ເລືອກ​ຕັ້ງ​ປະທານ​ພັກຜູ້​ໃໝ່​ແລ້ວ.​ໃນ​ມື້​ດຽວ​ກັນ,ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​​ເຊັ່ນອິສຣາ​ແອນ ປາ​ເລັສຕີນ​ແລະອາ​ເມ​ລິ​ກາມີ​ປະຕິກິລິຍາ​ທີ່​ຕ່າງ​ກັນ​ຕໍ່​ເລື່ອງ​ນີ້.

ນາງ​ຊີ​ພີ ລິ​ຟນີ ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສະມາ​ຊິກ​ພັກ​ກາ​ດີ​ມາອິສຣາ​ແອນ​ກ່າວ​ວ່າ,ທ່ານ​​ໂອ​​ເມີດ​ຕັດສິນ​ໃຈແນວ​ນີ້​ຖືກຕ້ອງ​ທີ່​ສຸດ,ພັກ​ກາ​ດີ​ມາ​ຕ້ອງ​ສືບ​ຕໍ່​​ເສີມ​ຂະຫຍາຍ​ບົດບາດນຳ​ພາ.ພັກ​ຝ່າຍ​ຄ້ານ​ຂອງ​ອິສຣາ​ແອນ​ເຊິ່ງລວມທັງ​ກຸ່ມ​ລີ​ຄຸດ​ກໍ​ຫວັງຈັບໂອກາດ​ນີ້​,ຊຸກຍູ້​ການ​ຈັດການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ວ່າ,ການຕັດ​ສິນ​ໃຈ​ຂອງ​ທ່ານ​ໂອ​​ເມີດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​​ອິສ​ຣາ​ແອນ.ປາ​ເລັສຕີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ອິສຣາ​ແອນ,ປາ​ເລັສຕີນ​ຫວັງ​ໃຫ້​ນາຍົກ​ລັດຖະ​ມົນຕີຜູ້​ໃໝ່​ຂອງອິສຣາ​ແອນ​ໃນ​ຕໍ່ໜ້າ​ນີ້​ສາມາດ​ສືບ​ຕໍ່​ພະຍາຍາມ​ຊຸກຍູ້​ສັນຕິພາບ​ລະຫວ່າງ​ສອງ​ຝ່າຍ.ອົງການ​ຮາ​ມັສ​ເຫັນ​ວ່າ,ການ​ຕັດສິນ​ໃຈຂອງ​ທ່ານ​ໂອ​ເມີດ​ແມ່ນ​ໄຊ​ຊະນະ​ຂອງ​ການ​ຕໍ່ສູ້​ຂອງ​ອົງການ​ຮາ​ມັສ.

ທ່ານ​ກໍ​ດັນ ຈອນ​ດ໌​ໂຣ ​ໂຄສົກ​ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ກ່າວ​ວ່າ,ທ່ານ​ຈອັດ ບຸ​ສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ທ່ານ​ໂອ​ເມີດ​ຈົນ​ຮອດ​ອາ​ຍຸ​ໃນຕຳ​ແໜ່​ງຂອງ​ທ່ານ​ໂອ​ເມີດ​ໄດ້​ສິ້ນ​ສຸດ​ລົງ.ອາ​ເມ​ລິ​ກາ​ຈະ​ສືບຕໍ່​ທຳ​ຄວາມ​ພະຍາ​ຍາມ​ເພື່ອ​ຊຸກຍູ້​ໃຫ້​ອິສຣາ​ແອນ​ກັບປາ​ເລັສຕີນ​ເຊັນ​ສັນຍາ​ສັນຕິພາບ​ກ່ອນ​ທ້າຍ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>