ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ການ​ຈັດ​ງານ​​ໂອ​ລິມ​ປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2008-07-31 16:42:12 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້, ທ່ານ​ຊູຊີ​ໂລ ບຳບັງ ຢູ​ໂຮ​ໂຢ​ໂນ ປະທານາ​ທິບໍດີ​ອິນ​​ໂດ​ເນ​ເຊຍ​ຕ້ອນຮັບການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ນັກ​ກິລາ 24 ຄົນ​ທີ່​ຈະ​ເດີນທາງ​ໄປ​ປັກ​ກິ່ງ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ, ທ່ານ​ກ່າວ​ວ່າ, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່ການຈັດ​ງານ​​ໂອ​ລິມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ.

ໃນ​ພິທີ​ຕ້ອນຮັບ​ການ​ເຂົ້າຢ້ຽມ, ທ່ານ​ຊູຊີ​ໂລ​ໄດ້​ມອບ​ທຸງຊາດ​ໃຫ້​ຄະນະ​ນັກ​ກິລາ​ອິນ​​ໂດ​ເນ​ເຊຍ, ທ່ານ​ຫວັງ​ໃຫ້​ນັກ​ກິລາ​ສູ້​ຊົນ​ຢ່າງ​ກ້າຫານ, ​ໄດ້​ຮັບ​ຜົນງານ​ທີ່​ດີ​ເດັ່ນ, ​ແລະ​ສ້າງ​ກຽດສັກ​ສີ​ໃຫ້​ແກ່​ປະ​ເທດ​ຊາດ. ນັກ​ກິລາ 24 ຄົນ​ນີ້​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ 7 ລາຍ​ການ​, ​ໃນ​ນັ້ນລວມທັງ​ຕີ​ດອກ​ປີກ​​ໄກ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>