ນັກ​ຂ່າວ​ຕ່າງປະ​ເທດ​ໃຊ້​ອິນ​ເຕີ​ເນັດ​ລາຍ​ງານ​ໂອ​ລິມ​ປິກ​ຢູ່​ຈີນ​ມີ​ຊ່ອງ​ທາງ​ສະ​ດວກ​ສະ​ບາຍ

(GMT+08:00) 2008-07-31 17:23:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 31 ກໍລະກົດ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊຸນ​ເວີຍ​ເຕີ ​ເຈົ້າໜ້າ​ທີ່​ຂອງຄະນະ​ກຳມະການຈັດ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ກ່າວ​ວ່າ​, ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຈີນ​ຈະ​ອຳນວຍ​ຄວາມ​ສະດວກ​ອັນ​ເຕັມ​ສ່ວນ​ໃຫ້​ແກ່​ນັກ​ຂ່າວ​ຕ່າງປະ​ເທດ​ໃຊ້​ອິນ​ເຕີ​ເນັດ​ສາກົນ, ນັກ​ຂ່າວ​ຕ່າງປະ​ເທດ​ໃຊ້​ອິນ​ເຕີ​ເນັດ​ເພື່ອລາ​ຍງານງານ​ກິລາ​ໂອ​ລິ​ມປິກ​ແລະ​ລາຍ​ງານຂ່າວ​ຢູ່​ຈີນ​ນັ້ນ​ແມ່ນ​ມີ​ຊ່ອງ​ທາງ​ສະດວກ​ສະບາຍ.

ມື້​ດຽວ​ກັນ, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕ່າງປະ​ເທດ​ຢູ່​ສູນ​ຂ່າວ​ຕົ້ນຕໍ​ຂອງ​ງານ​ໂອ​ລິ​ມປິກ, ທ່ານ​ຊຸນ​ເຕີ​ເວີຍ​ກ່າວ​ວ່າ, ການ​ເບິ່ງ​ເວັບ​ໄຊ​ສ່ວນ​ໜ້ອຍ​ມີ​ຂໍ້​ຂັດຂ້ອງ, ຕົ້ນຕໍ​ແມ່ນ​ຍ້ອນ​ບາງ​ເນື້ອ​ໃນ​ຂອງ​ມັນ​ແມ່ນ​ກົດໝາຍຂອງ​ຈີນ​​ເກືອດ​ຫ້າມ.

ທ່ານ​ຊີ້​ອອກ​ວ່າ, ​​ເຊັ່ນ​ດຽວ​ກັນ​ກັບປະ​ເທດ​ອື່ນ, ຈີນ​ກໍ່​ພວມ​ປັບປຸງ​ອິນ​ເຕີ​ເນັດຕາ​ມກົດໝາຍ. ອີງ​ຕາມ​ກົດໝາຍ​ຂອງ​ຈີນ, ຫ້າມ​ບໍ່​ໃຫ້​ໃຊ້​ອິນ​ເຕີ​ເນັດ​ມາ​ເຜີຍ​ແຜ່​ຂ່າວ​ຄາວ​ທີ່​ລະ​ເມີດ​ກົດໝາຍ, ຕົວຢ່າງ​ຄື: ບໍ່​​ໃຫ້​ໂຄສະນາ​ກ່ຽວ​ກັບສາສະໜາ​ທີ່​ບໍ່​ຖືກຕ້ອງ​ຄື"ຝາ​ລຸນ​ກົ່ງ", ​ແລະ​ເລື່ອງ​ທີ່​ຈະ​ກະທົບ​ເຖີງ​ຜົນ​ປະ​ໂຫຍ​ດ​ຂອງ​ຊາດ, ຫວັງ​ໃຫ້​ສື່​ມວນ​ຊົນ​ເຄົາລົບ​ກົດໝາຍ​ແລະ​ລະບຽບ​ການ​ຕ່າງໆ​​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>