ສື່​ມວນ​ຊົນ​ໄທ​ກ່າວ​ວ່າ, ຈີນ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ຈັດ​ງານ​ໂອ​ລິມ​ປິກ 2008 ​ໃຫ້​ດີ

(GMT+08:00) 2008-07-31 17:43:24 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ວາລະສານ​"ປະຊາ​ມະຕິ"ລາຍ​ສັບປະດາຂອງ​ໄທ​ສະບັບ​ຫຼ້າ​ສຸດ​ໄດ້​ພິມ​ບົດ​ຄວາມ​ຂອງ​ນັກ​ວິຈານ​ໂດຍ​ກ່າວ​ວ່າ, ຈີນ​ຈະ​ພະຍາຍາມ​ສຸດ​ຂີດ​ຈັດ​ງານ​ໂອ​ລິມປິກ 2008 ​ໃຫ້​ດີ.

ບົດ​ຄວາມ​ຂຽນ​ວ່າ, ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ສ້າງ​ສະໜາມກິລາ​ໂອ​ລິ​ມປິກ, ນະຄອນຫຼວງປັກ​ກິ່ງ​ໄດ້​ວາງ​ແຜນຜັງ​ຕົວ​ເມືອງ​ສະບັບ​ໃໝ່, ​ໄດ້​ສ້າງ​ສະໜາມກິລາ​ໂອ​ລິ​ມປິກ​ແລະ​ບ້ານ​ໂອ​ລິ​ມປິກ​ທີ່​ທັນ​ສະ​ໄໝ, ສະໜາມກິລາ​ໂອ​ລິ​ມປິກ​ແຕ່ລະ​ແຫ່ງ​ມີ​ສິ່ງ​ກໍ່ສ້າງ​ຄົບ​ຖ້ວນ​ສົມ​ບູນ, ມີ​ສິ່ງ​ແວດ​ລ້ອມ​ສວຍງາມ. ​ໃນ​ດ້ານ​ການ​ຄົມມະນາຄົມ​ໂອ​ລິ​ມປິກ​ແລະ​ການກໍ່ສ້າງພື້ນຖານ​ໂຄງ​ລ່າງ​ທີ່​ກ່ຽວຂ້ອງ​ອື່ນໆ, ຈີນ​ກໍ່​ໄດ້​ລົງທຶນຫຼວງຫຼາຍມາ​ສ້ອມ​ແປງ​ແລະ​ບູລະນະ​ໃຫ້​ສົມບູນ​ຂຶ້ນ, ​ເພື່ອ​ຮັບປະກັນ​ປະສິດທິພາບ​ສູງ​ແລະ​ປອດ​ໄພ.

ບົດ​ວິຈານ​ຍັງ​ຂຽນ​ວ່າ, ປັກ​ກິ່ງ​ແລະ​ຕົວ​ເມືອງ​ອື່ນ​ທີ່​ຮ່ວມ​ຈັດ​ງານ​ໂອ​ລິ​ມປິກ​ລ້ວນ​ແຕ່​​​ເປີດ​ປະຕູ​ຕໍ່​ນັກ​ຂ່າວ​ຕ່າງປະ​ເທດ, ອະນຸຍາດ​ໃຫ້​ນັກ​ຂ່າວ​ຕ່າງປະ​ເທດ​ໄປ​ສຳພາດ​ຢ່າງ​ອິດສະຫຼະ; ​ແລະ​ຍິນ​ດີ​ຕ້ອນຮັບ​ປະຊາ​ຄົມ​ໂລກ​ຕິດຕາມ​ກວດກາ​ວົງ​ການ​ກິລາ​ຈີນ, ​ໂດຍ​ສະ​ເພາະ​ແມ່ນ​ຕິດຕາມ​ກວດກາ​ນັກ​ກິລາ​ຈີນ​ໃນ​ດ້ານ​ການ​ຕ້ານ​ສານ​ກະ​ຕຸ້ມ, ນີ້​ແມ່ນ​ການ​​ເປີດ​ປະຕູ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>