ປະຊາ​ຄົມ​ໂລກ​ຍ້ອງ​ຍໍ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-07-31 19:31:59 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:​ຫຼາຍມື້​ມາ​ນີ້, ປະຊາ​ຄົມ​ໂລກ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຈີນ​ທີ່​ໄດ້​ທຳ​ຄວາມພະຍາຍາມ​​ເພື່ອ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ໃຫ້​ດີ, ​ແລະ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ອັນເຕັມ​ປ່ຽມ​ຕໍ່​ການຈັດງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ.

ຫວ່າງ​ມໍ່ໆ​ນີ້, ຢູ່​ຮ່າ​ໂນ​ຍ, ທ່ານ​ຫງວຽນ​ມິນ​ຈຽດ ປະທານ​ປະ​ເທດ​ຫວຽດນາມ​ກ່າວ​ວ່າ, ຫວຽດນາມ​ອອກ​ແຮງ​ສຸດ​ຂີດ​ສະໜັບສະໜູນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາຕ້ອນ​ຮັບການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ນັກ​ກິລາ​ທີ່​ຈະ​ເດີນທາງ​ໄປ​ປັກ​ກິ່ງ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ, ທ່ານ​ຊູຊີ​ໂລ ບຳບັງ ຢູ​ໂຮ​ໂຢ​ໂນ ປະທານາ​ທິບໍດີ​ອິນ​​ໂດ​ເນ​ເຊຍກ່າວ​ວ່າ, ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່ການຈັດ​ງານ​​ໂອ​ລິມປິກ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ.

ວາລະສານ​"ປະຊາ​ມະຕິ"ລາຍ​ສັບປະດາຂອງ​ໄທ​ສະບັບ​ຫຼ້າ​ສຸດ​ໄດ້​ພິມ​ບົດ​ຄວາມ​ຂອງ​ນັກ​ວິຈານ​ໂດຍ​ກ່າວ​ວ່າ, ຈີນ​ຈະ​ພະຍາຍາມ​ສຸດ​ຂີດ​ຈັດ​ງານ​ໂອ​ລິມປິກ 2008 ​ໃຫ້​ດີ. ບົດ​ຄວາມ​ຂຽນ​ວ່າ, ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ສ້າງ​ສະໜາມກິລາ​ໂອ​ລິ​ມປິກ, ນະຄອນຫຼວງປັກ​ກິ່ງ​ໄດ້​ວາງ​ແຜນຜັງ​ຕົວ​ເມືອງ​ສະບັບ​ໃໝ່, ​ໄດ້​ສ້າງ​ສະໜາມກິລາ​ໂອ​ລິ​ມປິກ​ແລະ​ບ້ານ​ໂອ​ລິ​ມປິກ​ທີ່​ທັນ​ສະ​ໄໝ, ​ໃນ​ດ້ານ​ການ​ຄົມມະນາຄົມ​ໂອ​ລິ​ມປິກ​ແລະ​ການກໍ່ສ້າງພື້ນຖານ​ໂຄງ​ລ່າງ​ທີ່​ກ່ຽວຂ້ອງ​ອື່ນໆ, ຈີນ​ກໍ່​ໄດ້​ລົງທຶນຫຼວງຫຼາຍມາ​ສ້ອມ​ແປງ​ແລະ​ປັບປຸງ​ໃຫ້​ດີຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>