ຄະນະ​ນັກ​ກິລາ​ໂອ​ລິ​ມປິກ​ຕ່າງໆ​ຍ້ອງຍໍ​ວຽກ​ງານ​ຈັດ​ຕັ້ງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ

(GMT+08:00) 2008-07-31 20:15:28 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI: ຄະນະ​ນັກ​ກິລາ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ທະຍອຍ​ກັນ​ເດີນທາງ​ມາ​ຮອດ​ປັກ​ກິ່ງ. ຄະນະ​ຕ່າງໆ​ພາກັນ​ກ່າວ​ວ່າ, ວຽກ​ງານຈັດ​ຕັ້ງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງຮອບ​ຄອບ, ລະອຽດຫຼາຍ,​ເຮັດ​ໃຫ້​ຄົນ​ພໍ​ໃຈ.

ທ່ານ​ຮວງ ​ຄົກ ວິນ ສະມາຊິກ​ກອງ​ໜ້າ​ຂອງ​ຄະນະ​ນັກ​ກິລາ​ຫວຽດນາມ,​ເຈົ້າ​ໜ້າ​ທີ່​ກົມ​ໃຫຍ່​ກິລາຫ​ວຽດນາມ​ກ່າວ​ວ່າ, ​ຈາກ​ສະໜາມກິລາ,ບ້ານ​ໂອ​ລິ​ມປິກ​ຮອດ​ສູນ​ວິທະຍຸ​ກະຈາຍ​ສຽງສາກົນ, ພື້ນຖານ​​ໂຄງ​ລ່າງ​ຕ່າງໆ​ຂອງ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ລ້ວນ​ແຕ່​ບັນລຸ ​ແລະ ສູງ​ກວ່າ​ມາດຕະຖານ​ສາກົນ, ນີ້ປາສະຈາກ​ຄວາມ​ພະຍາຍາມ ​ແລະ ການ​ລົງທຶນ​ອັນ​​ໃຫຍ່​ຫຼວງ​ຂອງ​ຈີນ​ບໍ່​ໄດ້. ທ່າ​ນກ່າວ​ວ່າ, ການ​ບໍລິການອັນ​ກະຕືລື​ລົ້ນ ​ແລະ ຕາມ​ຫຼັກ​ວິຊາ​ສະ​ເພາະ​ ​ແລະ ລະດັບພາສາ​ຕ່າງປະ​ເທດທີ່​ອ່າວ​ສູງ​ຂອງ​ອາສາ​ສະໝັກກໍ່​​ເຮັດ​ໃຫ້​​ເຂົາ​ເຈົ້າ​​ຕື່ນ​ຕາ​ຕື່ນໃຈ. ທ່ານ​ເຊື່ອ​ວ່າ,ນັກ​ກິລາ​ປະ​ເທດ​ຕ່າງໆ​ຍ່ອມ​ຈະ​ພໍ​ໃຈ​ຕໍ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>